ຕອນເຊົ້າວັນທີ 02 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ, ປ.ອ Qiu Yong ກຳມະການສຳຮອງສູນກາງພັກກອມມູນິດ ຈີນ, ເລຂາຄະນະພັກມະຫາວິທະຍາໄລ Tsinghua, ສະມາຊິກສະຖາບັນວິທະຍາສາດ ຈີນ, ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານສາດສະດາຈານ, ປ.ອ Qiu Yong ກຳມະການສຳຮອງສູນກາງພັກກອມມູນິດ ຈີນ, ເລຂາຄະນະພັກມະຫາວິທະຍາໄລ Tsinghua, ສະມາຊິກສະຖາບັນວິທະຍາສາດ ຈີນ (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ບັນດາໝາກຜົນການຮ່ວມມືອັນດີງາມລະຫວ່າງມະຫາວິທະຍາໄລ Tsinghua ກັບບັນດາຄູ່ຮ່ວມມືຫວຽດນາມ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງສາມມະຫາວິທະຍາໄລແຖວໜ້າຂອງ ຫວຽດນາມແມ່ນ: ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ແລະ ມະຫາວິທະຍາໄລເສດຖະກິດ ໄດ້ເຊັນເອກະສານຮ່ວມມືກັບ ມະຫາວິທະຍາໄລ Tsinghua ໃນໂອກາດນີ້ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການພົບປະຮ່ວມມືລະຫວ່າງສອງຝ່າຍເທົ່ານັ້ນ, ຫາກຍັງເປີດໂອກາດອັນລ້ຳຄ່າເພື່ອໃຫ້ນັກສຶກສາ, ຄູອາຈານ, ນັກຄົ້ນຄ້ວາ ຫວຽດນາມເພີ່ມມທະວີການສຳຜັດກັບພູມປັນຍາທີ່ກ້າວໜ້າ, ເປັນຕົ້ນແມ່ນໝາກຜົນດ້ານວິທະຍາສາດອັນພົ້ນເດັ່ນຂອງມະຫາວິທະຍາໄລ Tsinghua.
ສ່ວນທ່ານສາດສະດາຈານ, ປ.ອ Qiu Yong ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າ, ໝາກຜົນສຳຄັນຂອງຂະແໜງການສຶກສາ ແລະ ບຳລຸງສ້າງຫວຽດນາມໃນໄລຍະຜ່ານມາ, ທ່ານຢັັ້ງຢືນຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ຢ່າງແຮງການຮ່ວມມືດ້ານການສຶກສາບຳລຸງສ້າງ, ແລກປ່ຽນຄວາມຮູ້, ຄົ້ນຄ້ວາວິທະຍາສາດລະຫວ່າງມະຫາວິທະຍາໄລ Tsinghua ແລະ ບັນດາອົງການ, ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ຂອງ ຫວຽດນາມໃນໄລຍະຈະມາເຖິງ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ກະຊວງການຕ່າງປະເທດ, ກະຊວງສຶກສາ ແລະ ບຳລຸງສ້າງ, ມະຫາວິທະຍາໄລຮ່າໂນ້ຍໄດ້ສົມທົບກັບມະຫາວິທະຍາໄລ Tsinghua, ຈີນຈັດຕັ້ງພິທີມອບລາງວັນ “ສາດສະດາຈານກຽວຕິສັກ” ມະຫາວິທະຍາໄລ Tsinghua ໃຫ້ແກ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຍ້ອນບັນດາການປະກອບສ່ວນສຳຄັນຂອງພັກ, ລັດຖະບານ ຫວຽດນາມ ແລະ ສ່ວນຕົວທ່ານນາຍົກລັດຖະມົນຕີ ຕໍ່ການພັດທະນາຢ່າງກະໂດດຂັ້ນຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີນໃນຊຸມປີຜ່ານມາ.