ຂ່າວສານ

ຫວຽດ​ນາມ ຈະ​ເນັ້ນ​ໜັກ​ສານ​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ສັບປະດາສຸດຍອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີ 2025 ໄດ້ສ້າງຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025).
ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃຫ້ການສຳພາດ (ພາບ: TTXVN)

ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ ແຕ່ວັນທີ 21 ກັນຍາ - 24 ກັນຍາ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບຄວາມໝາຍຂອງການເຄື່ອນໄຫວຄັ້ງນີ້.

        ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃຫ້ຮູ້ວ່າ ສັບປະດາສຸດຍອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີ 2025 ໄດ້ສ້າງຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025). ເລື່ອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80 ມີຄວາມໝາຍທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າແກ່ນສານຂອງ ສປຊ. ໃນກອງປະຊຸມສະມັດຊາໃຫຍ່ ສປຊ, ຄາດວ່າ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະເນັ້ນໜັກເຖິງສານຈຸດສຸມກ່ຽວກັບການ “ເຊີດຊູຄຸນຄ່າຂອງສັນຕິພາບ, ການຫັນປ່ຽນຢ່າງແຮງເພື່ອສ້າງອະນາຄົດແບບຍືນຍົງ”.


top