ຂ່າວສານ

ຫວຽດ​ນາມ ຈະສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ OIF

ຕອນບ່າຍວັນທີ 25 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ (OIF) ສາກົນ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 25 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ (OIF) ສາກົນ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ ສາກົນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອົງການ ຝຣັ່ງ ໂກໂຟນີ ສາກົນ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງອົງການໃຫ້ຫຼາຍກວ່າອີກ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງບັນດາປະເທດສະມາຊິກ ແລະ ໃນໂລກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຍົກອອກບາງຂໍ້ສະເໜີກ່ຽວກັບທິດທາງການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນເນັ້ນໜັກເຖິງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບ ຄູ່ຮ່ວມມືໃນປະຊາຄົມ ຝຣັ່ງໂກໂຟນີ.

        ສ່ວນທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ ສາກົນ ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ສຳຄັນທີ່ສຸດຂອງອົງການ ແລະ ຊົມເຊີຍບົດບາດຕັ້ງໜ້າຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງບັນດາສະມາຊິກຂອງອົງການ ຝຣັ່ງ ໂກໂຟນີ ສາກົນ. ທ່ານນາງ ກໍຖືວ່າ ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມດູດດື່ມ; ພ້ອມທັງສະແດງຄວາມປະທັບໃຈຕໍ່ຜົນງານໃນການປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ທ່ານນາງ ກໍເນັ້ນໜັກວ່າ ບັນດາປະເທດໃນປະຊາຄົມ ຝຣັ່ງ ໂກໂຟນີ ມີຄວາມສົນໃຈທີ່ສຸດເຖິງການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top