ຂ່າວສານ

ຫວຽດ​ນາມ-ຄູ່​ຮ່ວມ​ມື​ເພື່ອ​ພື້ນ​ຖານ​ສັນ​ຕິ​ພາບ​ຍືນ​ຍົງ

ວັນທີ 19 ເມສາ, ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ເປັນປະທານວາລະປະຊຸມເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວເລື່ອງ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັ້ງຕັ້ງພາກພື້ນ ເພື່ອແນໃສ່ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາ ໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ”. ບົດກ່າວປາໄສຂອງທ່ານປະທານປະເທດ ໃນວາລະປຶກສາຫາລື ໄດ້ຍົກອອກຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນສາກົນ, ຢັ້ງຢືນສານທີ່ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ.

ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ເປັນປະທານວາລະປະຊຸມເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

ເລີ່ມຕົ້ນບົດກ່າວປາໄສ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ຢືນຢັນການສ້າງຕັ້ງ ແລະ ພັດທະນາຂອງ ສປຊ ແມ່ນສັນຍາລັກຂອງຄວາມໄວ້ເນື້ອເຊື່ອໃຈລວມຢ່າງແຮງ, ເໝາະສົມແກ່ການເຂົ້າໃນລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນຫຼາຍລະດັບ. ໂດຍໄດ້ຮັບການກຳນົດທິດຈາກຄວາມໄວ້ເນື້ອເຊື່ອໃຈນັ້ນ, ຫຼາຍອົງການໃນພາກພື້ນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕີບໂຕຢ່າງກ້າວກະໂດດຂັ້ນ. ແລະ ອາຊຽນ ແມ່ນອົງການໃນພາກພື້ນ ໄດ້ຮັບການສ້າງຂຶ້ນການເປັນປະຊາຄົມສະໜິດຕິດພັນ, ໂຄງປະກອບພາກພື້ນເປີດ, ໂປ່ງໃສ, ກວມລວມ ແລະ ອີງຕາມກົດລະບຽບ.

ຫວຽດນາມ ສະເໜີຫຼາຍມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ສະກັດກັ້ນການປະທະກັນ.

    ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ຊີ້ແຈ້ງວ່າ, ເຖິງວ່າສັນຕິພາບ, ການຮ່ວມມື, ການພັດທະນາສືບຕໍ່ແມ່ນທ່າອ່ຽງ, ແຕ່ມວນມະນຸດຍັງດຳລົງຊີວິດໃນສະພາບແວດລ້ອມຄວາມໝັ້ນຄົງສະຫຼັບກັບສິ່ງທ້າທາຍນາໆປະການ:

  ໃນ 5 ປີມານີ້, ການປະທະກັນໄດ້ເຮັດໃຫ້ປະຊາຊົນໃນໂລກເກືອບເຄິ່ງລ້ານຄົນເສຍຊີວິດ. ສະເພາະປີ 2020, ໂລກໄດ້ຮັບຮູ້ມີຜູ້ລີ້ໄພ 20 ລ້ານຄົນ, ກ່ວາ 50 ລ້ານຄົນບໍ່ມີບ່ອນພັກອາໄສຍ້ອນການປະທະກັນ ແລະ ເກືອບ 170 ລ້ານຄົນຕ້ອງການການໜູນຊ່ວຍມະນຸດສະທຳ. ບັນດາສິ່ງທ້າທາຍອັນໃຫ່ຍຫຼວງຄື: ໂລກລະບາດໂຄວິດ 19, ໄພທຳມະຊາດ, ການປະທະກັນ… ຮຽກຮ້ອງຕ້ອງເພີ່ມທະວີຄວາມສາມັກຄີສາກົນຍິ່ງກວ່າເວລາໃດໝົດ. ພວກເຮົາຕ້ອງມີການປັບປຸງ, ສະໜິດຕິດພັນ, ໃນນັ້ນມີການເພີ່ມທະວີການຮ່ວມມືລະຫວ່າງ ສປຊ, ສະພາຄວາມໝັ້ນຄົງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ ໃນຄວາມມານະພະຍາຍາມລວມ ເພື່ອແນໃສ່ສະກັດກັ້ນ ແລະ ແກ້ໄຂການປະທະກັນ ຜ່ານການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ.

 

ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ແລະ ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

ບົນພື້ນຖານການວິເຄາະບັນດາສິ່ງທ້າທາຍຂອງມວນມະນຸດ,     ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ສະເໜີບັນດາມາດຕະການ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ: ສະກັດກັ້ນການປະທະກັນ. ທ່ານເນັ້ນໜັກວ່າ:

   ພວກເຮົາສືບຕໍ່ຍົກສູງບົດບາດຂອງລັດທິຫຼາຍຝ່າຍ ແລະ ເພີ່ມທະວີການປະຕິບັດກົດບັດ ສປຊ, ກົດໝາຍສາກົນ ຍ້ອນວ່າ ນີ້ຈະແມ່ນບ່ອນອີງ, ພື້ນຖານທີ່ໝັ້ນຄົງທີ່ສຸດ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ໃຫ້ຫຼາຍກ່ວາອີກ , ຊຸກຍູ້ການເຈລະຈາ. ພ້ອມກັນນັ້ນ, ເພື່ອສະກັດກັ້ນການປະທະກັນນັບແຕ່ຫົວທີ, ຕ້ອງມີບັນດາມາດຕະການກວມລວມ ແລະ ຮອບດ້ານ ເພື່ອແນໃສ່ແກ້ໄຂບັນດາສາຍເຫດຂອງການປະທະກັນຄື: ຄວາມທຸກຍາກອຶດຫິວ, ຂາດຄວາມສະເໝີພາບ ແລະ ການໃຊ້ຄວາມຮຸນແຮງ.

    ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ກໍ່ຢືນຢັນວ່າ, ຢູ່ອາຊີຕາເວັນອອກສ່ຽງໃຕ້, ທັງກຸ່ມອາຊຽນ ພວມມານະພະຍາຍາມ ມຸ່ງໄປເຖິງເປົ້າໝາຍການປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ສາມັກຄີດ້ານການເມືອງ, ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ, ສະໜິດຕິດພັນດ້ານເສດຖະກິດ ແລະ ເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ. ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ: ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ 19 ເປັນຢ່າງດີ ແລະ ບັນລຸລະດັບການເຕີບໂຕເສດຖະກິດຢູ່ໃນລະດັບສູງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.

ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ

   ສີ້ນສຸດບົດກ່າວປາໄສທີ່ວາລະປຶກສາຫາລື, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ຢືນຢັນວ່າ, ເປັນຄັ້ງທີ 2, ຫວຽດນາມ ໄດ້ຮັບຄວາມເປັນກຽດ ດຳລົງຕຳແໜ່ງປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນອາຍຸການນີ້. ດ້ວຍຄວາມມຸ່ງຫວັງສ້າງປະເທສດຊາດແຫ່ງສັນຕິພາບ, ວັດທະນະຖາວອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຫວຽດນາມ ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂອງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ.

 

   ດ້ວຍທິດນຳ ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບຍືນຍົງ  ນັ້ນ, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີອາຊຽນ ໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນໂລກ.

(ແຫຼ່ງຄັດຈາກ VOV)


top