ຂ່າວສານ

ຫວຽດນາມໄດ້ຮັບເລືອກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ຂອງສະຫະປະຊາຊາດ

ຕາມນັກຂ່າວຈາກສຳນັກຂ່າວສານ ຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ), ໃນເວລາ 11 ໂມງ 45 ນາທີ ວັນທີ 11 ຕຸລາ 2022 (22 ໂມງ 45 ນາທີ ຂອງວັນດຽວກັນຢູ່ຫວຽດນາມ), ຫວຽດນາມໄດ້ຮັບເລືອກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ຂອງ ສປຊ ອາຍຸການ 2023-2025 ທີ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ຄັ້ງທີ 77 ທີ່ນະຄອນ ນິວຢອກ (ສ ອາເມລິກາ).

ຄະນະ​ຜູ້​ແທນ​ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລົງ​ຄະ​ແນນ​ສຽງ ​ແລະ ປະກາດ​ໝາກຜົນ​ການ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄລຍະ 2023-2025. ພາບ: VNA

ຕາມນັກຂ່າວຈາກສຳນັກຂ່າວສານ ຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ), ​ໃນ​ເວລາ 11 ໂມງ 45 ນາທີ ວັນທີ 11 ຕຸລາ 2022 (​22 ໂມງ​ 45 ນາທີ ​ຂອງ​ວັນ​ດຽວ​ກັນ​ຢູ່​ຫວຽດນາມ), ຫວຽດນາມໄດ້ຮັບເລືອກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ຂອງ ສປຊ ອາຍຸການ 2023-2025 ທີ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ຄັ້ງທີ 77 ທີ່​ນະ​ຄອນ​ ນິວຢອກ (ສ ອາ​ເມ​ລິ​ກາ).

ສະມາຊິກ​ໃໝ່ 14 ທ່ານ​ຂອງ​ສະພາ​ສິດທິ​ມະນຸດ​ຈະ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ 3 ປີ, ​ເລີ່ມແຕ່​ເດືອນ​ມັງກອນ​ປີ 2023.

ຜົນ​ການ​ເລືອກ​ຕັ້ງ​ສະ​ແດງ​ໃຫ້​ເຫັນການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ ​ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ຂອງ​ສະພາ​ສິດທິ​ມະນຸດ ສປຊ, ຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ ​ຫວຽດນາມ ​ໃນ​ການ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາ​ສິດທິ​ມະນຸດ ​ໄດ້​ຮັບ​ການ​ຮັບ​ຮູ້, ​ເຊື່ອ​ໝັ້ນ ​ແລະ ຕີ​ລາຄາ​ສູງຈາກປະຊາຄົມໂລກ.

ດ້ວຍ​ບົດບາດ​ໃໝ່​ຢູ່​ສະພາ​ສິດທິ​ມະນຸດ ສປຊ, ຫວຽດນາມ ຈະ​ມີ​ໂອກາດ​ປະກອບສ່ວນ​ຊຸກຍູ້​ສິດທິ​ມະນຸດ​ທັງ​ໝົດ ບົນ​ພື້ນຖານພາວະວິໄສ, ຮ່ວມມື ແລະ ໂອ້ລົມສົນທະນາ.

ຫວຽດນາມຈະມີສຽງທີ່ໜັກແໜ້ນຍິ່ງຂຶ້ນ ໃນບັນດາບັນຫາສຳຄັນ​ຂອງ ສປຊ ກໍ່​ຄື​ຂອງ​ປະຊາ​ຄົມ​ໂລກ, ​ເຊັ່ນ: ການຈັດ​ຕັ້ງ​ປະຕິບັດ​ລາຍການກອງປະຊຸມ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ອົບພະຍົບ, ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ຂອງ​ແມ່ຍິງ, ​ເດັກນ້ອຍ, ຄົນພິການ, ຊົນເຜົ່າສ່ວນໜ້ອຍ, ຄົນອົບພະຍົບ, ໂດຍສະເພາະໃນວິກິດການດ້ານມະນຸດສະທຳ ຫຼືການປະທະກັນດ້ວຍກຳລັງອາວຸດໃນທົ່ວໂລກ.

ນີ້​ແມ່ນ​ຄັ້ງ​ທີ 2 ທີ່ ​ຫວຽດນາມ ​ໄດ້​ຮັບ​ເລືອກ​ເຂົ້າເປັນ​ສະພາ​ສິດທິ​ມະນຸດຂອງ ສປຊ.


top