ຂ່າວສານ

ຫວຽດນາມໄດ້ຮັບການຕີລາຄາສູງກ່ຽວກັບກຳລັງຄວາມສາມາດປະສານງານບັນດາຄວາມມານະພະຍາຍາມລວມເພື່ອແກ້ໄຂສິ່ງທ້າທາຍ

ນັບແຕ່ເດືອນ ມັງກອນ 2020, ຫວຽດນາມ ຈະດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ພ້ອມທັງຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ມັງກອນ ປີ 2020 ແລະ ເດືອນ ເມສາ 2021.

(ພາບປະກອບ: TTXVN)

ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ນັບແຕ່ເດືອນ ມັງກອນ 2020, ຫວຽດນາມ ຈະເປັນປະທານບັນດາກອງປະຊຸມຂອງສະພາ ແລະ ເມື່ອໄດ້ຮັບອະນຸຍາດຈາກອົງການນີ້, ຫວຽດນາມ ຈະຕາງໜ້າໃຫ້ສະພາ ດ້ວຍຖານະເປັນອົງການໜຶ່ງຂອງສະຫະປະຊາຊາດ.

          ບັນດາບຸລິມະສິດຂອງຫວຽດນາມ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ລວມມີ: ສະກັດກັ້ນການປະທະກັນ, ການທູດປ້ອງກັນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ຕາມມາດຕາທີ 6 ກົດບັດສະຫະປະຊາຊາດ; ບັນຫາມະນຸດສະທຳ, ປົກປ້ອງສາມັນຊົນ, ປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນສຳລັບການດຳລົງຊີວິດຢູ່ບັນດາເຂດເກີດການປະທະກັນ; ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງ…

          ກ່ຽວກັບຄວາມອາດສາມາດຂອງຫວຽດນາມ ສາມາດປະສານງານບັນດາຄວາມມານະພະຍາຍາມລວມໃນອາຊຽນ ກໍ່ຄືສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງ, ໃນນັ້ນມີຄວາມໝັ້ນຄົງທາງທະເລ, ທ່ານ Carl Thayer, ສາດສະດາຈານກິຕິມະສັກ, ມະຫາວິທະຍາໄລ New South Wales, ຊີ້ແຈ້ງວ່າ, ຫວຽດນາມ ມີປັດໄຈ ກໍຄືມູນເຊື້ອວັດທະນະທຳໃນການສ້າງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະ ຮູ້ວິທີຮ່ວມມືກັບບັນດາຄູ່ຮ່ວມມືຢ່າງມີປະສິດທິຜົນ. ຫວຽດນາມ ຮູ້ວິທີຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ບັນລຸໄດ້ບັນດາຂໍ້ຕົກລົງກັບບັນດາປະເທດມະຫາອຳນາດຢູ່ພາຍນອກ. ຍາມໃດທ່ານກໍ່ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ກຳລັງຄວາມສາມາດດ້ານການທູດທີ່ເປັນມືອາຊີບຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)


top