ຂ່າວສານ

ຫວຽດນາມໄດ້ສັກວັກຊິນກັນໂຄວິດ-19ໃຫ້ແກ່ເດັກໄວ12-17ປີ ໄດ້ເກືອບ 16 ລ້ານໂດສ

ມາຮອດປະຈຸບັນ ຫວຽດນາມ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ເປັນຈຳນວນທັງໝົດ 211,9 ລ້ານໂດສ. ຮອດຕອນບ່າຍວັນທີ 26 ມັງກອນ, ທົ່ວປະເທດສັກວັກຊິນໃປະຊາຊົນໄດ້ເກືອບ 179 ລ້ານໂດສ.
ສັກວັກຊິນກັນໂຄວິດ-19

 ນັບແຕ່ເວລາ 16 ໂມງຂອງວັນທີ 25 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 26 ມັງກອນ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 15.954 ຄົນ, ໃນນັ້ນ ມີ 69 ກໍລະນີມາຈາກຕ່າງປະເທດ ແລະ 15.885 ກໍລະນີຢູ່ 61 ແຂວງ, ນະຄອນພາຍໃນປະເທດ.

       ກໍໃນວັນທີ 26 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 20.540 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.924.609 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 155 ຄົນ

    ມາຮອດປະຈຸບັນ ຫວຽດນາມ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ເປັນຈຳນວນທັງໝົດ 211,9 ລ້ານໂດສ. ຮອດຕອນບ່າຍວັນທີ 26 ມັງກອນ, ທົ່ວປະເທດສັກວັກຊິນໃປະຊາຊົນໄດ້ເກືອບ 179 ລ້ານໂດສ. ໃນນັ້ນ 49/63 ແຂວງ, ນະຄອນມີອັດຕາສັກວັກຊິນເຂັມທີ 2ແມ່ນ ກ່ວາ 90%. ສັກວັກຊິນກັນໂຄວິດ-19ໃຫ້ແກ່ເດັກໄວ12-17ປີ ໄດ້ເກືອບ 16 ລ້ານໂດສ

(ແຫຼ່ງຄັດຈາກ VOV)


top