ຂ່າວສານ

ຫວຽດນາມແລະອາກຊັງຕິນຊຸກຍູ້ການພົວພັນຄູ່ຮ່ວມມືມີລັກສະນະຍຸດທະສາດ

ໃນລະຫວ່າງວັນທີ 17 – 20 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ, ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອາກຊັງຕິນ.


ທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານາທິບໍດີ,

ທັງເປັນປະທານສະພາສູງ Marta Gabriela Michetti

(ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມອາກຊັງຕິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານາທິບໍດີ, ທັງເປັນປະທານສະພາສູງ Marta Gabriela Michetti; ເຈລະຈາກັບປະທານສະພາສູງກຳອຳນາດຊົ່ວຄາວ  Federico Pinedo; ພົບປະເຈລະຈາກັບພົນເອກ  Bari Del Valley Sosa ຫົວໜ້າເສນາທິການໃຫຍ່ກອງທັບອາກຊັງຕິນ…

        ທີ່ບັນດາການພົບປະຂັ້ນສູງ ແລະ ເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ ຢືນຢັນນະໂຍບາຍຂອງຫວຽດນາມ ແມ່ນເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືມີລັກສະນະຍຸດທະສາດກັບອາກຊັງຕິນ; ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງການປັບປຸງ ແລະ ພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ພ້ອມແລ້ວທີ່ຈະຊຸກຍູ້ການພົບປະແລກປ່ຽນສະມາຊິກລັດຖະສະພາ ແລະ ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຫວຽດນາມ - ອາກຊັງຕິນ.

        ໃນຂະນະນັ້ນ, ບັນດາການນຳຂັ້ນສູງຂອງອາກຊັງຕິນ ຢືນຢັນຄວາມປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືມີລັກສະນະຍຸດທະສາດກັບຫວຽດນາມກວ່າອີກ ນັບທັງຂົງເຂດ 2 ຝ່າຍ ແລະ ຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)



top