ຂ່າວສານ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ

      ວັນທີ 5 ທັນວາ ຢູ່ ນະຄອນຫລວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໂດຍທ່ານ ເຈົາວັນມີງ ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ນຳຫນ້າ ພວມຢ້ຽມຢາມ ແລະເຮັດວຽກຢູ່ ລາວ ແຕ່ວັນທີ 4-8 ທັນວາ. 

ທ່ານ ເຈົາວັນມີງ ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ 
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສະເຫນີ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເພີ່ມທະວີການແລກປ່ຽນກັບສະຖາບັນວິທະຍາສາດແຫ່ງຊາດລາວ ເພື່ອນຳໃຊ້ແຫລ່ງງົບປະມານເຂົ້າໃນການປະຕິບັດກິດຈະກຳຄົ້ນຄ້ວາພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໃນການໝູນໃຊ້ ແລະ ຖ່າຍທອດບັນດາໝາກຜົນການຄົ້ນຄວ້າເຂົ້າໃນສະພາບຕົວຈິງ, ຊ່ວຍເຫລືອບຳລຸງສ້າງແຫລ່ງຊັບພະຍາກອນມະນຸດດ້ານວິທະຍາສາດ, ເຕັກໂນໂລຊີໃຫ້ມີລະດັບຄວາມຮູ້ສູງ.
ເມື່ອລາຍງານໃຫ້ທ່ານນາຍົກລັດຖະມົນຕີ ທອງລຸນ ສີສິລຸດ ຮັບຊາບກ່ຽວກັບໝາກຜົນການຮ່ວມມືລະຫວ່າງ ສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກັບສະຖາບັນວິທະຍາສາດແຫ່ງຊາດ ລາວ, ສາດສະດາຈານ, ສະມາຊິກສະຖາບັນບັນດິດ ເຈົາວັນມີງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນ ເພື່ອສຳເລັດບັນດາຫນ້າທີ່ຊື່ງການນຳສອງພັກ,ສອງລັດມອບໝາຍ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນແບບພິເສດ ຫວຽດນາມ - ລາວ, ເພື່ອການພັດທະນາລວມຂອງສອງປະເທດ.
      ກ່ອນຫນ້ານັ້ນ ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນ ສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ  ໄດ້ມີການເຈລະຈາກັບຄະນະຜູ້ແທນສະຖາບັນວິທະຍາສາດແຫ່ງຊາດລາວ. ສອງຝ່າຍໄດ້ເນັ້ນຫນັກເຖິງການເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ, ເພີ່ມທະວິການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນກ່ຽວກັບການຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີ. ຝ່າຍ ຫວຽດນາມ ມີຄຳໝັ້ນສັນຍາສືບຕໍ່ຊ່ວຍບຳລຸງສ້າງ ຊັບພະຍາກອນມະນຸດດ້ານວິທະຍາສາດ, ເຕັກໂນໂລຊີ ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາວ ແລະ ສະຖາບັນວິທະຍາສາດແຫ່ງຊາດລາວ.
      ຕອນບ່າຍວັນດຽວກັນ, ເພື່ອຮັບຮູ້ບັນດາຜົນງານໃນການປະກອບສ່ວນໃຫ້ແກ່ພາລະກິດວິທະຍາສາດ ແລະ ພັດທະນາຂອງ ປະເທດ ສປປ ລາວ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ລາວ ໄດ້ຈັດຕັ້ງພິທີປະດັບຫລຽນໄຊ, ຫລຽນກາ ໃຫ້ ທ່ານ ເຈົາວັນມີງ ສາດສະດາຈານ, ສະມາຊິກສະຖາບັນບັນດິດ ແລະ ການນຳ, ພະນັກງານ ສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ບາງທ່ານ. 
 (ແຫຼ່ງຄັດຈາກ VOV)

top