ຂ່າວສານ

ຫວຽດນາມແມ່ນແບບຢ່າງທີ່ປະສົບຜົນສຳເລັດໃນອາຊຽນກ່ຽວກັບການພັດທະນາແບບຍືນຍົງ

      ໄທເຊື່ອໝັ້ນວ່າ ຫວຽດນາມຈະປະຕິບັດທັງສອງບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນປີນີ້ເປັນຢ່າງດີ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຕອບສຳພາດຕໍ່ນັກຂ່າວ ກ່ຽວກັບໜ້າທີ່ ຄຸ່ຂອງ ຫວຽດນາມໃນປີ 2020 (ພາບ: ກະຊວງການຕ່າງປະເທດ) 
      ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ສຸຣີຢາ ຈິນດາວົງ ຫົວໜ້າກົມອາຊຽນສັງກັດ ກະຊວງການຕ່າງປະເທດໄທ, ໄດ້ເນັ້ນໜັກວ່າ: ໄທເຊື່ອໝັ້ນວ່າ ຫວຽດນາມ ຈະ ປະຕິບັດບົດບາດເປັນປະທານອາຊຽນ 2020 ເປັນຢ່າງດີ ແລະ ສະໜັບສະໜູນຫົວຂໍ້ ປີ ອາຊຽນຂອງ ຫວຽດນາມແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ທ່ານ ສຸຣີຢາ ຈິນດາວົງ ໃຫ້ຮູ້ວ່າ: ທີ່ກອງປະຊຸມວົງແຄບ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ຫາກໍ່ໄດ້ຈັດຕັ້ງຢູ່ ຍາຈາງ ປະເທດ ຫວຽດນາມ, ໄທ ແລະ ບັນດາປະເທດ ໄດ້ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ, ເພື່ອຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນໃນພາກພື້ນ.
            ເມື່ອຖືກຖາມວ່າ ທ່ານຕີລາຄາຄືແນວໃດກ່ຽວກັບ 2 ບົດບາດຄວາມຮັບຜິດຊອບທີ່ ຫວຽດນາມ ຮັບດຳລົງໃນປີ 2020, ນັ້ນ ແມ່ນ ປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ທ່ານ ສຸຣີຢາ ຈິນດາວົງ ຖືວ່າ ນີ້ແມ່ນ ກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ສຳຜັດ ແລະ ແກ້ໄຂບັນດາບັນຫາທົ່ວໂລກ, ກໍ່ຄືຊ່ວຍໃຫ້ບັນດາປະເທດໃນພາກພື້ນ ອາຊຽນ ຫັນບັນດາເປົ້າໝາຍຂອງຕົນໃຫ້ປະກົດຜົນເປັນຈິງ, ພ້ອມທັງເພີ່ມທະວີ ແລະ ປັບປຸງພາບພົດຂອງ ອາຊຽນຢູ່ ສປຊ.
 (ແຫຼ່ງຄັດຈາກ VOV)
 


top