ຂ່າວສານ

ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບຂະແໜງສິນຄ້າປາຈາ

      ຕອນບ່າຍວັນທີ 17 ກຸມພາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວນເກື່ອງ ໄດ້ໄປສຳຫຼວດເຂດລ້ຽງປາຈາໂດຍນຳໃຊ້ເຕັກໂນໂລຊີສູງ ແລະ ຢ້ຽມຢາມວິສາຫະກິດຜະລິດ ແລະ ປຸງແຕ່ງປາຈາແຖວໜ້າບາງແຫ່ງ ທີ່ພວມເຄື່ອນໄຫວໃນບໍລິເວນແຂວງອານຢາງ.

ທ່ານລັດຖະມົນຕີ ຫງວຽນຊວນເກື່ອງກ່າວຄຳເຫັນທີ່ການເຮັດວຽກ
(ພາບ: laodong.vn)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຊວນເກື່ອງ ເນັ້ນໜັກວ່າ, ຖ້າຫາກການນຳໃຊ້ເຕັກໂນໂລຊີສູງນີ້ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກໍ່ຈະແກ້ໄຂໄດ້ບັນຫາຫຼັກແຫຼ່ງຂອງຂະແໜງສິນຄ້າປາຈາໃນປະຈຸບັນ ແລະ ໃນອະນາຄົດ ແມ່ນແນວພັນ ແລະ ສະພາບແວດລ້ອມແຫຼ່ງນ້ຳ, ປະກອບສ່ວນຍົກສູງມູນຄ່າຂອງປາຈາ ຫວຽດນາມ ໃນປະຈຸບັນ. ເພື່ອຍົກສູງມູນຄ່າໃຫ້ແກ່ຂະແໜງສິນຄ້າປາຈາ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມນັ້ນ, ທ່ານລັດຖະມົນຕີ ຫງວຽນຊວນເກື່ອງ ກໍ່ຍັງສະເໜີໃຫ້ບັນດາວິສາຫະກິດ ສືບຕໍ່ຄົ້ນຄວ້າ ແລະ ທົດລອງບັນດາຮູບແບບລ້ຽງປາຈາ, ປະກອບສ່ວນຍົກສູງຜົນກຳໄລໃຫ້ແກ່ວິສາຫະກິດຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top