ຂ່າວສານ

ຫວຽດນາມເປັນເຈົ້າການ,ຕັ້ງໜ້າເຂົ້າຮ່ວມການຮ່ວມມືໃນອາຊຽນກ່ຽວກັບສິ່ງແວດລ້ອມ

ການ​ປູກ​ປ່າ​ກັນ​ນ້ຳ​ເຄັມ
        ຕອນ​ບ່າຍ​ວັນ​ທີ 6/1, ທີ່ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ສະ​ຫລຸບ 20 ປີ​ແຫ່ງວັນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮ່ວມ​ມື ອາ​ຊຽນ,  ທ່ານ ຫງວຽນ​ວັນ​ຕາຍ, ຫົ​ວ​ໜ້າ​ກົ​ມ​ໃຫຍ່​ສິ່​ງ​ແວດ​ລ້ອມ ຖື​ວ່າ ນີ້​ແມ່ນ​ຂົງ​ເຂດ​​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ. ຕາມ​ທ່ານ ຫງວຽນ​ວັນ​ຕາຍ ແລ້ວ, ຫວຽດ​ນາມ ເລີ່ມ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກ່ຽວ​ກັ​ບ​ສິ່ງ​ແວດ​ລ້ອມ ໃນ​ອາ​ຊຽນ ນັບ​ແຕ່​ປີ 1996 ແລະ ມີ​ການ​ເຊື່ອມ​ໂຍງ​ຢ່າງວ່ອງ​ໄວ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ທ​ຸກໆ​ຂົງ​ເຂດ​ກ່ຽວ​ກັບ​ສິ່ງ​ແວ​ດ​ລ້ອມ. ພາຍ​ຫ​ລັງ 20 ປີ​ເຂົ້າ​ຮ່ວມ​ການ​ຮ່ວມ​ມືນັ້ນ, ຫວຽດ​ນາມ ນັບ​ມື້​ນັບ​ຢັ້ງ​ຢືນ​ໄດ້​ບ​ົດ​ບາດ, ທີ່​ຕັ້ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ເວົ້າ​ລວມ ແລະ ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ເວົ້າ​ສະ​ເພາະ.
        ເພື່ອ​ມຸ່ງ​ໄປ​ເຖິງ​ບັນ​ດາ​ໄລ​ຍະ​ຮ່ວມ​ມື​ຕໍ່​ໄປ, ທ່ານ​ນາງ ຫງວຽນ​ທິ​ແທງ​ເຕີມ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ອົງ​ການ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໄດ້​ສະ​ເໜີ​ວ່າ ຕ້ອງ​ມີ​ກົນ​ໄກ​ມີ​ໄຫວ​ພິບ​ເພື່ອ​ສາ​ມາດ​ປຸກ​ລະ​ດົມ​ກຳ​ລັງ​ພາຍ​ໃນ​ຂອງ​ປະ​ເທດ​ຢ່າງ​ສູງ​ສຸດເພື່ອ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຮ່ວມ​ມື ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ.
 (ແຫຼ່ງຄັດຈາກ VOV)

top