ຂ່າວສານ

ຫວຽດນາມເປັນເຈົ້າການ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມຊຸກຍູ້ຂົງເຂດສາທາລະນະສຸກທົ່ວໂລກ

ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ (ສປຊ) ໄດ້ເຫັນດີ ຮັບຮອງເອົາ ມະຕິ 2 ສະບັບວ່າດ້ວຍແບບວິທີຈັດກອງປະຊຸມ ລະດັບສູງ ກ່ຽວກັບຄວາມພ້ອມປ້ອງກັນ ແລະ ຮັບມືກັບໂລກລະບາດ ແລະ ກອງປະຊຸມລະດັບສູງກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດວັນນະໂລກ.
  ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ (ນັ່ງເບື້ອງຂວາ)  

ວັນທີ 24 ກຸມພາ, ຢູ່ສໍານັກງານ ສະຫະປະຊາຊາດ ທີ່ນະຄອນ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ (ສປຊ) ໄດ້ເຫັນດີ ຮັບຮອງເອົາ ມະຕິ 2 ສະບັບວ່າດ້ວຍແບບວິທີຈັດກອງປະຊຸມ ລະດັບສູງ ກ່ຽວກັບຄວາມພ້ອມປ້ອງກັນ ແລະ ຮັບມືກັບໂລກລະບາດ ແລະ ກອງປະຊຸມລະດັບສູງກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດວັນນະໂລກ ຊຶ່ງຄາດວ່າ ຈະຖືກຈັດຂຶ້ນໃນສັບປະດາຂັ້ນສູງ ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໃນເດືອນກັນຍາປີນີ້.

ໃນຖານະເປັນປະເທດຮັບຜິດຊອບການກໍ່ສ້າງ ແລະ ເປັນປະເທດຫຼັກແຫຼ່ງຍົກ ອອກມະຕິສອງສະບັບດັ່ງກ່າວນັ້ນ, ຫວຽດນາມ ໄດ້ເປັນເຈົ້າການສົມທົບ ກັບບັນດາປະເທດ ຢ່າງຕັ້ງໜ້ານໍາພາວິວັດການເຈລະຈາ ເພື່ອໃຫ້ສະມັດຊາ ໃຫຍ່ ເຫັນດີເປັນເອກະພາບ ຮັບຮອງ ເອົາມະຕິສອງສະບັບດັ່ງກ່າວ.

 


top