ຂ່າວສານ

ຫວຽດນາມເປັນປະທານກອງປະຊຸມຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ

      ກອງປະຊຸມຄັ້ງທຳອິດໃນປີ 2020 ຂອງ ຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ (ACCC 1/2020) ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ, ຢູ່ສຳນັກງານຄະນະເລລາ ອາຊຽນ, ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ. ທ່ານ ເຈິນດຶກບິ່ງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດ ຫວຽດນາມ ປະຈຳອາຊຽນ, ໄດ້ເປັນປະທານກອງປະຊຸມ ACCC.

ທ່ານ ເຈິນດຶກບິ່ງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດ ຫວຽດນາມ ປະຈຳອາຊຽນ ເປັນປະທານກອງປະຊຸມ ACCC
(ພາບ: TTXVN)
      ກອງປະຊຸມໄດ້ຮັບຮອງເອົາ ການກຳນົດທິດ ແລະ ບັນດາບຸລິມະສິດກ່ຽວກັບການເຊື່ອມຕໍ່ຂອງ ປີປະທານອາຊຽນ 2020 ຂອງ ຫວຽດນາມ ແລະ ແຜນການປະຕິບັດງານ 3 ປີ ໄລຍະ 2020 – 2022 ເພື່ອແນໃສ່ຜັນຂະຫຍາຍ MPAC 2025. ລະອຽດແມ່ນ ອາຊຽນຈະໃຫ້ບຸລິມະສິດຜັນຂະຫຍາຍບັນດາໂຄງການກ່ຽວກັບການສ້າງຂໍ້ມູນດ້ານການຄ້າ, ສ້າງ ວັດຈະນານຸກົມກ່ຽວກັບຂໍ້ມູນເປີດອາຊຽນ, ເພີ່ມທະວີການພັດທະນາບັນດາພື້ນຖານດີຈີຕອນ ອາຊຽນ, ຍົກສູງການບຳລຸງສ້າງ, ສອນວິຊາຊີບ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ອາຊຽນໃນໄລຍະໃໝ່. ກອງປະຊຸມກໍ່ເຫັນດີເປັນເອກະພາບຕ້ອງມີການລາຍງານ ແລະ ສົ່ງເສີມການເຂົ້າຮ່ວມຂອງບັນດາອົງການວິຊາການຂອງອາຊຽນຢ່າງຄົບຊຸດໃນການຜັນຂະຫຍາຍບັນດາໂຄງການ MPAC 2025, ເພີ່ມທະວີກົນໄກສົມທົບ ແລະ ຮ່ວມສຳພັນການຜັນຂະຫຍາຍ MPAC 2025 ດ້ວຍບັນດາຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນກັບບັນດາປະເທດຄູ່ຮ່ວມມື.
 (ແຫຼ່ງຄັດຈາກ VOV)
 


top