ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2017

ວັນທີ 11 ພຶດສະພາ ຢູ່ ໂຕກຽວ ຢູ່ ຍີ່ປຸ່ນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງ ທົ່ວໂລກປີ 2017. 

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງພົບປະກັບວິສາຫະກິດຍີ່ປຸ່ນ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ໄດ້ຕີລາຄາສູງບົດບາດຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ, ເປັນຕົ້ນແມ່ນປຸກລຸກຄວາມສາມາດບົ່ມຊ້ອນ, ການມີຫົວຄິດປະດິດສ້າງ ແລະ ເພີ່ມທະວີການພົວພັນແລກປ່ຽນ, ເຊື່ອມຕໍ່ລະຫວ່າງນັກການເມືອງຍິງ, ນັກທຸລະກິດ. ທ່ານຮອງທານປະເທດ ເຊີດຊູບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການສົ່ງເສີມບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດຂອງປະເທດຊາດ. 
(ແຫຼ່ງຄັດຈາກ VOV)

top