ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 25

      ວັນທີ 28 ພະຈິກ, ກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 25 ດ້ວຍຫົວຂໍ້  “ ຊຸກຍູ້ວຽກງານຂຽວມຸ່ງໄປສູ່ຄວາມຍຸຕິທຳ ແລະ ການເຕີບໂຕກວມລວມຂອງປະຊາຄົມອາຊຽນ ໄດ້ຖືກໄຂຂຶ້ນຢູ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ

ກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 25
      ຄະນະຜູ້ແທນຫວຽດນາມໂດຍທ່ານ ຢ້ວານເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສົງຄົມຫວຽດນາມ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ.
    ບັນດາລັດຖະມົນຕີ, ຫົວໜ້າບັນດາຄະນະຜູ້ແທນໄດ້ຕີລາຄາສູງເລື່ອງບັນດາກອງປະຊຸມສຸດຍອດອາຊຽນໃນປີ 2018 ໄດ້ຮັບຮອງເອົາ ແລະ ຮັບຮູ້ບັນດາຖະແຫຼງການກ່ຽວກັບວຽກເຮັດງານທຳ ແລະ ຊຸກຍູ້ຄວາມຄວາມປອດໄພ, ຫຼັກອະນາໄມໃນການອອກແຮງງານ. ຍັງມີເນື້ອໃນອີກປະການໜຶ່ງທີ່ ບັນດາລັດຖະມົນຕີ, ຫົວໜ້າບັນດາຄະນະຜູ້ແທນມີຄວາມສົນໃຈເປັນພິເສດ, ນັ້ນແມ່ນເລື່ອງບັນດາການນຳອາຊຽນໄດ້ຮັບຮອງເອົາ “ ຄວາມເຫັນດີເຫັນພ້ອມໃນອາຊຽນ” ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດຂອງແຮງງານອົບພະຍົບ ແລະ ຮັບຮູ້ແຜນການດຳເນີນງານພາກພື້ນໄລຍະ 2018-2025 ເພື່ອແນໃສ່ປະຕິບັດ ຄວາມເຫັນດີເຫັນພ້ອມໃນອາຊຽນ.
 (ແຫຼ່ງຄັດຈາກ VOV)


top