ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມພັດທະນາກົດໝາຍສາກົນຢູ່ອາຊີ

      ບັນດາບັນຫາທະເລ, ໝູ່ເກາະ ໃນນັ້ນມີທະເລຕາເວັນອອກ, ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມພັດທະນາກົດໝາຍສາກົນຢູ່ອາຊີ ພວມດຳເນີນຢູ່ອິນໂດເນເຊຍ ໃນລະຫວ່າງວັນທີ 14 – 18 ຕຸລາ.
ເຫດການໄດ້ເຕົ້າໂຮມນັກຄົ້ນຄວ້າ ແລະ ນັກຊ່ຽວຊານດ້ານກົດໝາຍກວ່າ 100 ທ່ານທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນ.
        ກ່າວຄຳເຫັນທີ່ວາລະປຶກສາຫາລືພິເສດກ່ຽວກັບບັນດາບັນຫາທະເລ, ໝູ່ເກາະ, ທ່ານປະລິນຍາເອກ ຫງວຽນບ໊າເກື່ອງ, ມາຈາກສະຖາບັນຄົ້ນຄວ້າວິທະຍາສາດທະເລ ແລະ ໝູ່ເກາະຫວຽດນາມ, ໄດ້ເນັ້ນໜັກເຖິງບັນດາການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ການພັດທະນາຂອງກົດໝາຍສາກົນຢູ່ທະເລຕາເວັນອອກ; ພ້ອມທັງໃຫ້ຮູ້ວ່າ, ຫວຽດນາມ ກໍຄືສະມາຊິກ UNCLOS  ອື່ນໄດ້ ແລະ ພວມນຳໃຊ້ຊຸດ “ປະມວນລັດຖະທຳມະນູນມະຫາສະມຸດ” ດັ່ງກ່າວໃນການຂຸດຄົ້ນທະເລຕາເວັນອອກ ເພື່ອຜົນປະໂຫຍດຂອງຕົນ. ຕາມນັ້ນແລ້ວ, UNCLOS ແລະ ກົດໝາຍສາກົນໄດ້ກາຍເປັນເຄື່ອງມືຊ່ວຍໃຫ້ຫວຽດນາມ ກຳນົດ ແລະ ເຮັດແຈ້ງບັນດາສິດ ແລະ ພັນທະໃນການເດີນທະເລຂອງຕົນ; ສະໜອງບັນດາກົນໄກແກ້ໄຂບັນດາການຂັດແຍ້ງກັນທາງທະເລກັບບັນດາປະເທດບ້ານໃກ້ເຮືອນຄຽງອື່ນ ແລະ ຄວບຄຸມບັນດາການຂັດແຍ້ງກັນຢ່າງມີປະສິດທິຜົນ. ຕາມທ່ານປະລິນຍາເອກ ຫງວຽນບ໊າເກື່ອງ ແລ້ວ, UNCLOS ໄດ້ສວມບົດບາດແມ່ນພື້ນຖານດ້ານນິຕິກຳສາກົນທີ່ໜັກແໜ້ນໃຫ້ແກ່ການກຳນົດ ແລະ ປົກປັກຮັກສາເຂດທະເລ ແລະ ເຂດໄຫຼ່ທະວີບ, ກໍ່ຄືບັນດາສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງຫວຽດນາມ ຢູ່ທະເລ.
 (ແຫຼ່ງຄັດຈາກ VOV)


top