ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມການນຳບັນດາອົງການພິເສດ,ຄວາມໝັ້ນຄົງແລະປົກປ້ອງກົດໝາຍຢູ່ລັດເຊຍ

ກອງປະຊຸມຄັ້ງທີ 17 ການນຳບັນດາອົງການພິເສດ, ຄວາມໝັ້ນຄົງ ແລະ ປົກປ້ອງກົດໝາຍ ໄດ້ດຳເນີນໃນລະຫວ່າງວັນທີ 07 – 08 ພະຈິກ, ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ.


 ທ່ານພົນໂທ ບຸຍວັນນາມ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນໂທ ບຸຍວັນນາມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ນຳໜ້າເຂົ້າຮ່ວມກອງປະຊຸມ.

        ໃນບົດປະກອບຄວາມເຫັນທີ່ໄດ້ນຳສະເໜີໃນກອງປະຊຸມ, ທ່ານພົນໂທ ບຸຍວັນນາມ ໄດ້ຕີລາຄາສູງຄວາມໝາຍຂອງກອງປະຊຸມຄັ້ງນີ້, ໂດຍໃຫ້ຮູ້ວ່າ, ກະຊວງຕຳຫຼວດຫວຽດນາມ ປາດຖະໜາຢາກຮ່ຳຮຽນເອົາບົດຮຽນຂອງເພື່ອນມິດສາກົນ, ພ້ອມທັງກຽມພ້ອມຮ່ວມມື, ແບ່ງປັນບົດຮຽນກັບບັນດາອົງການປະຕິບັດກົດໝາຍ ແລະ ບັນດາອົງການສາກົນກ່ຽວກັບຂົງເຂດນີ້. ທ່ານພົນໂທ ບຸຍວັນນາມ ສະແດງຄວາມເຊື່ອໝັ້ນວ່າ, ຜົນສຳເລັດຂອງກອງປະຊຸມ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສາກົນ ທີ່ນັບມື້ນັບແໜ້ນແຟ້ນ ເພື່ອແນໃສ່ຕໍ່ສູ້ກັບບັນດາອາດຊະຍາກຳຢ່າງມີປະສິດທິຜົນ, ໃນນັ້ນມີອາດຊະຍາກຳອິນເຕີເນັດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງຂອງໂລກ, ພາກພື້ນ ແລະ ຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)



top