ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມ ຮອງລັດຖະມົນຕີ ປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 10

ວັນທີ 10 ກັນຍາ, ກອງປະຊຸມ ຮອງລັດຖະມົນຕີ ປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 10 ໄດ້ດຳເນີນທີ່ນະຄອນ Nagoya ຂອງ ຍີ່ປຸ່ນ. ພົນໂທ ຫງວຽນ ຈິ໋ ວີ້ງ ກຳມະການສູນກາງພັກ, ກຳມະການຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທ່ານພົນໂທ ຫງວຽນຈີ໋ວິ້ງ  ກ່າວຄໍາເຫັນທີ່ກອງປະຊຸມ

ແບ່ງປັນຄຳເຫັນຂອງ ບັນດາຜູ້ແທນ ກ່ຽວກັບຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ, ພົນໂທ ຫງວຽນ ຈິ໋ ວີ້ງ ເນັ້ນໜັກວ່າ ໃນປັດຈຸບັນ, ລະບົບກົດໝາຍສາກົນຄົບຖ້ວນພໍສົມຄວນ, ບັນຫາຕັ້ງຂຶ້ນແມ່ນ ບັນດາປະເທດຄວນເຂົ້າໃຈຢ່າງຖືກຕ້ອງ, ອະທິບາຍຊັດເຈນ ແລະ ພາວະວິໄສ ກ່ຽວກັບກົດໝາຍສາກົນ, ປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດ ບັນດາສັນຍາ, ສົນທິສັນຍາສາກົນທີ່ໄດ້ເຂົ້າຮ່ວມ ເພື່ອໃຫ້ກົດໝາຍໄດ້ຮັບຄວາມເຄົາລົບ. ຜູ້ແທນບັນດາປະເທດລ້ວນແຕ່ຖືວ່າ ບັນດາຂໍ້ຂັດແຍ່ງຕ້ອງໄດ້ຮັບການແກ້ໄຂ ໂດຍສັນຕິວິທີ ແລະ ເຄົາລົບວິວັດທະນາການທາງການທູດ, ນິຕິກຳ. ບັນດາປະເທດຄວນສືບຕໍ່ປະຕິບັດຄົບຖ້ວນ ຖະແຫຼງການກ່ຽວກັບ ການກະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ແລະການກໍ່ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (COC), ຊື່ງແມ່ນເອກະສານສະບັບໜຶ່ງທີ່ມີລັກສະນະຜູກມັດທາງກົດໝາຍ ລະຫວ່າງ ອາຊຽນ ແລະ ຈີນ ແຕ່ກໍ່ຍັງຄິດໄລ່ເຖິງຄວາມສົນໃຈ ຂອງບັນດາປະເທດອື່ນ.

ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ຮ່ວມກັນສະແດງການສະໜັບສະໜູນ ຍີ່ປຸ່ນ ເພີ່ມທະວີການຮ່ວມມືວຽກງານປ້ອງກັນປະເທດ ກັບ ອາຊຽນ ຕາມ “ວິໄສທັດວຽງຈັນ”, ພິເສດ ແມ່ນການເຄື່ອນໄຫວເພື່ອຍົກສູງກຳລັງຄວາມສາມາດຂອງບັນດາປະເທດ ອາຊຽນ.

ໃນໂອກາດເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີ ປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ, ພົນໂທ ຫງວຽນ ຈິ໋ ວີ້ງ ກໍ່ໄດ້ມີການພົບປະ ກັບທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຍີ່ປຸ່ນ Ro Manabe.

 (ແຫຼ່ງຄັດຈາກ VOV)



top