ຂ່າວສານ

ຫວຽດນາມເຂົ້າຮວ່ມກອງປະຊຸມສາກົນຄັ້ງທີ 5 “ເພື່ອຄວາມດຸ່ນດ່ຽງຂອງໂລກ”

ແຕ່ວັນທີ 24 ຫາວັນທີ 28 ມັງກອນ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມດ້ວຍທ່ານເລແອັງຕ໊ວນ ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນທີ່ຈັດຂຶ້ນຢູ່ ລາຮາວານ ປະເທດກູບາ
  ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ  
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ ທ່ານເລແອັງຕ໊ວນໄດ້ຢືນຢັນວ່າ ຈາກບົດຮຽນຕົວຈິງຂອງຫວຽດນາມເຊິ່ງໄດ້ຜ່ານຊຸມວັນເດືອນປີແຫ່ງການຕໍ່ສູ້ດ້ວຍຄວາມລຳບາກກາກກຳເພື່ອຍາດຊີງເອົາເອກະລາດແຫ່ງຊາດ. ພ້ອມກັບປະຊາຊົນບັນດາປະເທດໃນໂລກ ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມຫວັງຢາກຢູ່ໃນໂລກແຫ່ງສັນຕິພາບ ປະຊາທິປະໄຕ ດ້ວຍເປົ້າໝາຍຍາວນານນັ້ນແມ່ນປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ສັງຄົມມີປະຊາທິປະໄຕຍຸຕິທຳ ແລະ ສີວິໄລ. ເພື່ອປະກອບສ່ວນສ້າງໂລກໃຫ້ດີງາມກວ່າເກົ່າ ທ່ານເລແອັງຕ໊ວນໄດ້ສະເໜີເພີ່ມທະວີີບົດບາດຂອງສະພາແຫ່ງຊາດ ແລະ ບັນດາ ສສຊ ໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ ພ້ອມທັງສ້າງເງື່ອນໄຂໃຫ້ແກ່ການຜັນຂະຫຍາຍບັນດານະໂຍບາຍຂອງແຕ່ລະປະເທດ ເພື່ອຮັບປະກັນການປະຕິບັດປະຊາທິປະໄຕ ແລະ ສ້າງສາປະເທດຊາດໃຫ້ມີສັນຕິພາບພັດທະນາແບບຍືນຍົງ.

top