ຂ່າວສານ

ຫວຽດນາມຮ່ວມມືຢ່າງແໜ້ນແຟ້ນກັບບັນດາສະມາຊິກອາຊຽນເພື່ອຊຸກຍູ້ບັນດາເປົ້າໝາຍລວມ

      ໃນຂອບເຂດສັບປະດາສຸດຍອດອາຊຽນ, ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢ່າງບໍ່ເປັນທາງການໄດ້ດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢ່າງບໍ່ເປັນທາງ (ພາບ: Baothegioi.vn)
      ກອງປະຊຸມໄດ້ປຶກສາຫາລືບັນດາບາດກ້າວທີ່ບັນລຸໄດ້ໃນການຜັນຂະຫຍາຍໂຄງການດຳເນີນງານບຸລິມະສິດໃນປີ ເປັນປະທານອາຊຽນ ກໍ່ຄືບັນດາການເຄື່ອນໄຫວເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ 2020 ເຊິ່ງຈະດຳເນີນໃນວັນທີ 26 ມິຖຸນາ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ ຊີ້ແຈ້ງວ່າໃນສະພາບການໂລກລະບາດ Covid – 19 ຍັງບໍ່ມີສັນຍານຫຼຸດລົງ, ອາຊຽນ ພວມຢູ່ໃນໄລຍະສຳຄັນ ມີທັງ ສິ່ງທ້າທາຍ ແລະ ກາລະໂອກາດ, ເພາະສະນັ້ນ, ບັນດາປະເທດອາຊຽນຕ້ອງສືບຕໍ່ເດີນຕາມເປົ້າໝາຍກໍ່ສ້າງສາປະຊາຄົມອາຊຽນ 2025. ທ່ານເນັ້ນໜັກວ່າ:
        ບັນດາຄວາມມານະພະຍາຍາມ ແລະ ການຮ່ວມມືຂອງບັນດາປະເທດອາຊຽນໃນການຕໍ່ສູ້ກັບໂລກລະບາດ Covid – 19 ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ພາກພື້ນກໍ່ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກການແກ້ງແຍ່ງຂອງບັນດາປະເທດໃຫຍ່, ມີລັດທິຂົ້ວດຽວ ທີ່ສົ່ງຜົນສະທ້ອນຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ດ້ວຍເນື້ອໃນຈິດໃຈຮ່ວມມືຂອງອາຊຽນ, ກອງປະຊຸມຄັ້ງນີ້ຈະແມ່ນກາລະໂອກາດເພື່ອປຶກສາຫາລືມາດຕະການທີ່ມີປະໂຫຍດໃນການແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ, ຊຸກຍູ້ບັນດາບຸລິມະສິດລວມ, ແລກປ່ຽນບັນຫາໃນພາກພື້ນ ແລະ ທົ່ວໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)


top