ຂ່າວສານ

ຫວຽດນາມຮຽກຮ້ອງໃຫ້ປະຊາຄົມສາກົນຈົ່ງປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາໂຄງການດຳເນີນງານທົ່ວໂລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມ ສະເໜີໃຫ້ລັດຖະສະພາບັນດາປະເທດ ຈົ່ງສືບຕໍ່ຮັກສາເຈດຈຳນົງ, ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ, ມີບັນດາການກະທຳລະອຽດດ້ວຍຈິດໃຈເຄົາລົບກົດໝາຍສາກົນ.
ກອງປະຊຸມໄດ້ຈັດທາງອອນລາຍຢູ່ເຊີແນວ, ປະເທດສະວິດ. (ພາບ: qdnd.vn)

ໃນຂອບເຂດລາຍການຂອງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 142, ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ວູຫາຍຮ່າ ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະປະຈຳການກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ກອງປະຊຸມໄດ້ຈັດທາງອອນລາຍຢູ່ເຊີແນວ, ປະເທດສະວິດ ດ້ວຍການເຂົ້າຮ່ວມຂອງ 35 ປະເທດ.

ກ່າວຄຳເຫັນທາງອອນລາຍທີ່ວາລະປະຊຸມກ່ຽວກັບຍຸດທະສາດລັດຖະສະພາເພື່ອເພີ່ມທະວີສັນຕິພາບ ແລະ ຄວາມໝັ້ນຄົງເພື່ອຕ້ານຄືນບັນດາໄພນາບຂູ່ ແລະ ການປະທະກັນຍ້ອນໄພພິບັດທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຜົນຮ້າຍຢ້ອນຫຼັງຂອງມັນ, ທ່ານນາງກຳມະການຜູ້ປະຈຳການການຕ່າງປະເທດຂອງສະພາແຫ່ງຊາດ ເລທູຮ່າ ເນັ້ນໜັກວ່າ: ຫວຽດນາມ ສະເໜີໃຫ້ລັດຖະສະພາບັນດາປະເທດ ຈົ່ງສືບຕໍ່ຮັກສາເຈດຈຳນົງ, ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ, ມີບັນດາການກະທຳລະອຽດດ້ວຍຈິດໃຈເຄົາລົບກົດໝາຍສາກົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາໂຄງການດຳເນີນງານທົ່ວໂລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງໃນໂລກ.

ສະພາແຫ່ງຊາດຫວຽດນາມ ຮຽກຮ້ອງໃຫ້ລັດຖະສະພາບັນດາປະເທດ ຕ້ອງກະຕຸກຊຸກຍູ້ລັດຖະບານຂອງຕົນທີ່ຍັງບໍ່ທັນປະຕິບັດສຳເລັດໜ້າທີ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ປະກອບສ່ວນດ້ານການເງິນໃນໄລຍະກ່ອນປີ 2020 ຈົ່ງສືບຕໍ່ປະຕິບັດໜ້າທີ່ດັ່ງກ່າວ ຄຽງຂ້າງບັນດາພັນທະໃໝ່ໃນໄລຍະພາບແຕ່ຫຼັງປີ 2020. ພ້ອມກັນນັ້ນ, ກໍ່ຕັ້ງໜ້າຟື້ນຟູບັນດາການເຄື່ອນໄຫວພັດທະນາເສດຖະກິດ, ໜູນຊ່ວຍເພື່ອຊ່ວຍໃຫ້ບັນດາເປົ້າໝາຍທ່ີຖືກຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ສ້າງວຽກເຮັດງານທຳໃໝ່ໃຫ້ແກ່ຜູ້ອອກແຮງງານຜ່ານການຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາພະລັງງານຜະລິດຄືນໃໝ່, ກະສິກຳອັດສະລິຍະ, ຕົວເມືອງອັດສະລິຍະ, ສ້າງຕັ້ງພື້ນຖານເສດຖະກິດໝູນວຽນ…

(ແຫຼ່ງຄັດຈາກ VOV)


top