ຂ່າວສານ

ຫວຽດນາມອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 63 ປີ

      ທ່ານ ເອກອັກຄະລັດຖະທູດ ຫງວຽນບ໋າຫຸ່ງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດ ລາວ, ປະຊາຊົນລາວຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່ ແລະ ຍິ່ງໃຫຍ່ກວ່າອີກ ໃນວິວັດການປ່ຽນແປ່ງໃໝ່

ທ່ານ ເອກອັກຄະລັດຖະທູດ ຫງວຽນບ໋າຫຸ່ງ ໄດ້ສົ່ງຄຳອວຍພອນຂອງ ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ
      ໂດຍໄດ້ຮັບສິດມອບໝາຍຈາກທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ຫງວຽນບ໋າຫຸ່ງ ໄດ້ສົ່ງຄຳອວຍພອນຂອງ ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955 – 22/3/2018) ຄົບຮອບ 63 ປີ ແລະ ທ່ານ ສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດ ລາວ.
        ທ່ານ ເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ຫງວຽນບ໋າຫຸ່ງ ເນັ້ນໜັກວ່າ ບັນດາໄຊຊະນະຂອງ ພັກປະຊາຊົນປະຕິວັດ ລາວ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດລາວເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໜູນອັນໃຫຍ່ຫຼວງຕໍ່ພັກກອມມູນິດຫວຽດນາມໃນວິວັດການຕໍ່ສູ້ຍາດເອົາເອກະລາດໃນກ່ອນນີ້ ກໍຄືວິວັດການສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ; ພ້ອມທັງ ປະກອບສ່ວນຮັກສາສັນຕິພາບໃຫ້ໝັ້ນຄົງ, ສະຖຽນນະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ສາກົນຢ່າງໝັ້ນຄົງ.
        ທ່ານ ເອກອັກຄະລັດຖະທູດ ຫງວຽນບ໋າຫຸ່ງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດ ລາວ, ປະຊາຊົນລາວຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່ ແລະ ຍິ່ງໃຫຍ່ກວ່າອີກ ໃນວິວັດການປ່ຽນແປ່ງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຢ່າງມີໄຊ; ສ້າງຜົນສຳເລັດ ປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມ.
ເນື່ອງໃນໂອກາດນີ້, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
 (ແຫຼ່ງຄັດຈາກ VOV)
 


top