ຂ່າວສານ

ຫວຽດນາມຫວັງໃຫ້ COVAX ສືບຕໍ່ຊ່ວຍເຫຼືອວັກຊິນ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິກ

ຕອນບ່າຍວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການປະຊຸມທາງໄກກັບ ທ່ານນາງ ໂອເຣເລຍ ຫງວຽນ ຜູ້ອຳນວຍການບໍລິຫານ COVAX.
ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ສະແດງຄວາມຫວັງຢາກໃຫ້ COVAX ບຸລິມະສິດ ຈັດສັນວັກຊິນໃຫ້ແກ່ຫວຽດນາມ ຍິ່ງຫຼາຍຍິ່ງໄວກໍຍິ່ງດີ ເພື່ອຮອດທ້າຍປີນີ້ ບັນລຸ 39 ໂດສ ຊຶ່ງ COVAX ໄດ້ໝັ້ນໝາຍກັບຫວຽດນາມໃນປີ 2021. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ຍັງຫວັງວ່າ COVAX ຈະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິກ ແລະ ຢາປິ່ນປົວໂຄວິດ-19ເພື່ອໃຫ້ຫວຽດນາມເປັນເຈົ້າຍາວນານທາງດ້ານວັກຊິນ.

     ສ່ວນ ໂອເຣເລຍ ຫງວຽນ ຜູ້ອຳນວຍການບໍລິຫານ COVAX ໄດ້ແຈ້ງໃຫ້ຊາບວ່າ ໃນເດືອນຕຸລານີ້, COVAX ຈະຈັນສັນວັກຊິນ 85 ໂດສໃນທົ່ວໂລກ, ໃນນັ້ນມີຫວຽດນາມ, ນາງເຊື້ອໝັ້ນວ່າ ຫວຽດນາມຈະສາມາດຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້.

(ແຫຼ່ງຄັດຈາກ VOV)


top