ຂ່າວສານ

ຫວຽດນາມສ້າງພາບພົດປອດໄພ,ໃກ້ຊິດສະໜິດສະໜົມ, ເຂັ້ມຂຸ້ນໄປດ້ວຍສິສັນວັດທະນຳທຳ

      ປີ 2017, ໄດ້ອັດລົງດ້ວຍຂີດໝາຍການທູດຫຼາຍຢ່າງທີ່ໜ້າຈົດຈຳ. ໃນນັ້ນພົ້ນເດັ່ນ ແມ່ນ ຜົນສໍາເລັດຂອງປີ APEC ຫວຽດນາມ, ເຊິ່ງສຸດຍອດແມ່ນສັບປະດາຂັ້ນສູງ APEC ຫວຽດນາມ 2017. ຄຽງຂ້າງຜົນສຳເລັດດ້ານເນື້ອໃນແລ້ວ, ປີ APEC ຫວຽດນາມ ຍັງສ້າງຂີດໝາຍຢ່າງເລິກເຊິ່ງໃນຈິດໃຈເພື່ອນມິດສາກົນ ກ່ຽວກັບພາບພົດປະເທດຫວຽດນາມ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ສະຫງົບສຸກ, ປອດໄພ, ຮັກແພງແຂກຄົນ, ໃກ້ຊິດສະໜິດສະໜົມ ແລະ ພິເສດແມ່ນນຳ້ໃຈສາມັກຄີ, ຮ່ວມແຮງຮ່ວມໃຈໃນບັນດາຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ.

ຄຸ້ມຖະໜົນເກົ່າ ໂຮ້ຍອານ, ເຊິ່ງແມ່ນແຫ່ງໄດ້ຮັບເລືອກເຟັ້ນດຳເນີນການເຄື່ອນໄຫວຕ່າງໆ
ຂອງບັນດາພັນລະຍາ, ສາມີຂອງບັນດາການນຳ APEC
(ພາບ: TTXVN)
      ກ່ອນທີ່ດຳເນີນສັບປະດາຂັ້ນສູງ APEC ພຽງ 2 ວັນ, ນະຄອນດ່ານັ້ງ ຖືກຜົນສະທ້ອນຢ່າງໜັກໜ່ວງ ຈາກພາຍຸ Damrey, ເຮັດໃຫ້ຢູ່ຫຼາຍເຂດຖືກນຳ້ຖ້ວມ, ໃນນັ້ນມີຄຸ້ມຖະໜົນເກົ່າ ໂຮ້ຍອານ, ເຊິ່ງແມ່ນແຫ່ງໄດ້ຮັບເລືອກເຟັ້ນດຳເນີນການເຄື່ອນໄຫວຕ່າງໆຂອງບັນດາພັນລະຍາ, ສາມີຂອງບັນດາການນຳ APEC. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍຈິດໃຈມານະພະຍາຍາມ, ການຮ່ວມແຮງຮ່ວມໃຈຈາກອຳນາດການປົກຄອງ ຕະຫຼອດຮອດປະຊາຊົນ,ໂຮ້ຍອານ ຍັງແມ່ນແຫ່ງສວຍງາມໃນມື້ຕ້ອນຮັບແຂກ. ມາຢ້ຽມຢາມໝູ່ບ້ານແຜໄໝ ໂຮ້ຍອານ, ທ່ານນາງ Lynda Babao O’Neil, ພັນລະຍາຂອງປະທານາທິບໍດີ Papua New Guinea, ແບ່ງປັນວ່າ.
        “ຂ້າພະເຈົ້າຮູ້ສຶກຈັບອົກຈັບໃຈເມື່ອໄດ້ມາຢ້ຽມຢາມຢູ່ແຫ່ງນີ້, ເຊິ່ງເປັນສະຖານທີ່ເຂັ້ມຂຸ້ນໄປດ້ວຍວັດທະນະທຳ ແລະ ມູນເຊື້ອ, ປະຊາຊົນດູໝັ້ນ ແລະ ຮັກແພງແຂກຄົນ. ຂອບໃຈ APEC ໄດ້ສ້າງໂອກາດເພື່ອໃຫ້ຂ້າພະເຈົ້າມາຫວຽດນາມ ແຫ່ງທີ່ສວຍງາມຄືແນວນີ້. ຖ້າມີໂອກາດ, ຂ້າພະເຈົ້າຈະກັບມາຢ້ຽມຢາມແຫ່ງນີ້ຢ່າງແນ່ນອນ”.
        ເລື່ອງປະຊາຊົນດ່ານັ້ງ ທຸກຊັ້ນວັນນະ ໄດ້ສ້ອມແປງ, ປະດັບຕົບແຕ່ງຕົວເມືອງທັງເວັນ ແລະ ຄືນ, ເພື່ອຕ້ອນຮັບຜູ້ແທນນັບພັນຄົນ ແລະ ການນຳ 21 ພື້ນຖານເສດຖະກິດ APEC ພາຍຫຼັງພາຍຸ Damrey ນັ້ນ ໄດ້ສ້າງຄວາມປະທັບໃຈຢ່າງແຮງໃຫ້ບັນດາການນຳໂລກ. ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ອັບເດັດທາງ facebook ສ່ວນຕົວຂອງຕົນທີ່ວ່າ “ເດັກຊາຍຜູ້ໜຶ່ງໃສ່ມວກເປັນໜ້າຮັກ ພ້ອມກັບຂົວ ຣົ່ງ ທີ່ໂອໂຖງແລະ ທ້ອງຟ້າສົດໄສພາຍຫຼັງພາຍຸ”. ທ່ານນາງ Kadrinka Kadrinova, ປະທານສະມາຄົມນັກຂ່າວພາສາບຸນກາຣີ ແລະ ແອັດສະປາຍ, ໄດ້ຂຽນກ່ຽວກັບສັບປະດາຂັ້ນສູງ APEC ຢູ່ດ່ານັ້ງວ່າ “ການຮັບມື ແລະ ຄວາມອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ໄດ້ຮັບການພິສຸດອີກເທື່ອໜຶ່ງ. ມາແຫ່ງນີ້, ໄດ້ເຫັນປະຈັກຕາຊີວິດຕົວຈິງຂອງປະຊາຊົນ ດ່ານັ້ງ ຈຶ່ງເຫັນໄດ້ການຮ່ວມແຮງຮ່ວມໃຈຂອງເຂົາເຈົ້າສຳລັບເຫດການໃຫຍ່ຂອງປະເທດຊາດ. ປະຊາຊົນຫວຽດນາມ ທຸກຄົນ ໄດ້ຮັບການລະດົມເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໃນຄວາມສາມັກຄີ, ການແບ່ງປັນ ແລະ ຄວາມຮັບຜິດຊອບລວມ”.
        ເຂົ້າຮ່ວມສັບປະດາຂັ້ນສູງ APEC ແລະ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີບັນດາຄຳສັງເກດອັນດີງາມ ແລະ ສະແດງຄວາມເຄົາລົບຕໍ່ການພັດທະນາຢ່າງວ່າງໄວຂອງຫວຽດນາມ.
        “ປະຈຸບັນ, ພື້ນຖານເສດຖະກິດຫວຽດນາມ ເປີດປະຕູ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ. ເສດຖະກິດເພີ່ມຂຶ້ນທົບ 30 ເທົ່າ ແລະ ນັກຮຽນຫວຽດນາມນອນໃນຈຳນວນນັກຮຽນເກ່ັງທີ່ສຸດໃນໂລກ. ບັນດາຜົນງານດັ່ງກ່າວເປັນໜ້າເຄົາລົບ. ນະຄອນດ່ານັ້ງ ກຳລັງກາຍເປັນຈຸດນັດພົບຮອງຮັບບັນກຳ່ປັ່ນທີ່ມາຈາກທຸກປະເທດໃນໂລກ, ດ້ວຍບັນດາຫາດຊາຍທະເລສວຍງາມ, ພວມດຶງດູດນັກທ່ອງທ່ຽວນັບລ້ານຄົນ”.
        ບໍ່ພຽງແຕ່ສ້າງພາບພົດອັນດີງາມກ່ຽວກັບນຳ້ໃຈສາມັກຄີ, ຮ່ວມແຮງຮ່ວມໃຈຕໍ່ເຫດການໃຫຍ່ຂອງປະເທດຊາດເທົ່ານັ້ນ, ຫວຽດນາມ ຍັງສ້າງຄວາມປະທັບໃຈກ່ຽວກັບຄວາມປອດໄພ, ສັນຕິສຸກອີກດ້ວຍ. KarenCurento, ນັກຂ່າວມາຈາກເປຣູ, ແບ່ງປັນວ່າ.
        “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຫວຽດນາມ ແລະ ມີຄວາມປະທັບໃຈອັນດີງາມທີ່ສຸດຕໍ່ປະເທດທີ່ຮັກແພງແຂກຄົນນີ້. ຂ້າພະເຈົ້າຮູ້ສຶກວ່າ, ຢູ່ທີ່ນີ້ມີຄວາມສະບາຍໃຈຄືດັ່ງຢູ່ໃນເຮືອນຂອງຕົນແທ້ໆ”.
        ເລື່ອງທ່ານນາຍົກລັດຖະມົນຕີ ການາດາ Trudeau ໃນສຸດໂສ້ງເສື້ອກິລາແລ່ນຕາມຖະໜົນ, ດື່ມກາເຟ ຢູ່ແຄມທາງໃນນະຄອນໂຮ່ຈີມິນ; ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Viktorovich Lavrov ໄດ້ອາບນຳ້ແຮ່, ແຊ່ຂີ້ຕົມຢູ່ດ່ານັ້ງ ຫາກບໍ່ຕ້ອງການກຳລັງປ້ອງກັນ; ຫຼືທ່ານນາຍົກລັດຖະມົນຕີອົດສະຕາລີ Malcom Turnbull ພ້ອມກັບພໍ່ຄົວ Luke ຫງວຽນ ຍ່າງໄປປັ້ນເຊົ້າກິນເຂົ້າຈີ່ຢູ່ແຄມທາງ ທີ່ນະຄອນດ່ານັ້ງ... ນັ້ນ ແມ່ນຮູບພາບອັນດີງາມກ່ຽວກັບຫວຽດນາມ ປອດໄພ ແລະ ໃກ້ສິດສະໜິດສະໜົມກັບເພື່ອນມິດສາກົນ.
        ປີ APEC ຫວຽດນາມ ດ້ວຍການເຄື່ອນໄຫວ 243 ຄັ້ງທີ່ປະສົບຜົນສຳເລັດຢູ່ 10 ແຂວງ, ນະຄອນຂອງຫວຽດນາມ  ໃນຕະຫຼອດປີ 2017. ຈາກນັ້ນ, ພາບພົດຂອງຫວຽດນາມ - ປະເທດຂະຫຍັນຂັນເຄື່ອນ, ໃກ້ສິດສະໜິດສະໜົມ ດ້ວຍພື້ນຖານວັດທະນະທຳທີ່ອຸດົມສົມບູນ, ອາຫານການກິນທີ່ເປັນເອກະລັກສະເພາະ, ພ້ອມກັບບັນດາຄຸນຄ່າດ້ານປະຫວັດສາດ, ວັດທະນຳ, ຈິດວິນຍານຈະແຜ່ລາມອອກຢ່າງກ້ວາງຂວາງໃນຈິດໃຈຂອງເພື່ອນມິດສະກົນຕະຫຼອດໄປ.
 (ແຫຼ່ງຄັດຈາກ VOV)


top