ຂ່າວສານ

ຫວຽດນາມສ່ົງເສີມວິສາຫະກິດຕ່າງປະເທດມາລົງທຶນຢູ່ຫວຽດນາມຫຼາຍກ່ວາອີກ

ຕອນບ່າຍວັນທີ 1ທັນວາ, ຢູ່ຮາ່ໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດNike ອາເມລິກາ ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ຕອນບ່າຍວັນທີ 1ທັນວາ, ຢູ່ຮາ່ໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດNike ອາເມລິກາ ທີ່ພວມມີການຢ້ຽມຢາມ ຫວຽດນາມ.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດ Nike ອາເມລິກາ (ພາບ: TTXVN)  

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງການເຄື່ອນໄຫວດຳເນີນທຸລະກິດຂອງ Nike ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສົ່ງອອກ, ການເຕີບໂຕດ້ານເສດຖະກິດ ແລະ ວຽກເຮັດງານທຳຂອງ ຫວຽດນາມ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Nike ໜູນຊ່ວຍ ຫວຽດນາມ ໃນການຍົກສູງຄວາມສາມາດຄຸ້ມຄອງ ຕາມທິດທັນສະໄໝ, ໃຫ້ຄຳປຶກສາດ້ານນະໂຍບາຍ, ບຳລຸງສ້າງຊັບພະຍາກອນມະນຸດ...ຊຸກຍູ້ການພັດທະນາຂຽວ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດໝູນວຽນ, ປະກອບສ່ວນພ້ອມກັບ ຫວຽດນາມ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.

ສ່ວນທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດ Nike ເຫັນດີເປັນເອກະພາບຕໍ່ບັນດາການສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານກໍ່ສະແດງຄວາມປະທົບໃຈຕໍ່ພື້ນຖານວັດທະນະທຳ ແລະ ການພັດທະນາຢ່າງແຮງຂອງເສດຖະກິດຫວຽດນາມ ໃນໄລຍະຜ່ານມາ.


top