ຂ່າວສານ

ຫວຽດນາມສົ່ງເສີມວິສາຫະກິດອິນເດຍເຂົ້າມາລົງທຶນຢູ່ຫວຽດນາມ

ຕອນບ່າຍວັນທີ 13 ກຸມພາ, ຢູ່ ຮ່າໂນ້ຍ ເມື່ອຕ້ອນຮັບທ່ານ Indronnil Sengupta, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ TATA ອິນເດຍ ຢູ່ ຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສົ່ງເສີມວິສາຫະກິດຕ່າງປະເທດ, ໃນນັ້ນ ມີບັນດາກຸ່ມບໍລິສັດໃຫຍ່ຂອງ ອິນເດຍ ເຂົ້າມາລົງທຶນ ດຳເນີນທຸລະກິດຢູ່ຫວຽດນາມ. 


ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຕ້ອນຮັບທ່ານ Indronnil Sengupta,
ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ TATA

ພາບ:TTXVN

ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ: ນອກຈາກຮ່ວມມືກ່ຽວກັບດ້ານພະລັງງານ, ພະລັງງານຜະລິດຄືນໃຫມ່, ກຸ່ມບໍລິສັດ TATA ສືບຕໍ່ເປີດກວ້າງການດຳເນີນທຸລະກິດໄປຍັງຂົງເຂດອື່ນຄື: ທ່າກຳປັ່ນ, ການຜະລິດ ແລະ ປຸງແຕ່ງກາເຟ.

ສ່ວນທ່ານ Indronnil Sengupta ປະກາດວ່າ ບັນດາໂຄງການຂອງກຸ່ມບໍລິສັດ TATA ລົງທຶນຢູ່ຫວຽດນາມ ຄື: ຜະລິດກາເຟ ຢູ່ ບີງເຢືອງ; ໂຄງການຮ່ວມມືຕິດຕັ້ງລົດເກງຂອງກຸ່ມບໍລິສັດໄດ້ນຳເຂົ້າເຄື່ອນໄຫວ ແລະ ຈະເປີດກວ້າງຕະຫລາດໃນໄລຍະຈະມາເຖິງ. 

(ແຫຼ່ງຄັດຈາກ VOV)

 



top