ຂ່າວສານ

ຫວຽດນາມສົ່ງເສີມບັນດາວິສາຫະກິດລັດ ອຸຕາ, ປະເທດອາເມລິກາເພີ່ມທະວີການລົງທຶນ, ຮ່ວມມື

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ໃຫ້ການຕ້ອນຮັບທ່ານ Gary Herbert ຜູ້ວ່າການລັດ ອຸຕາ, ປະເທດອາເມລິກາ ພ້ອມດ້ວຍຄະນະ

 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ
ມອບເຄື່ອງທີ່ລະນຶກໃຫ້ທ່ານ Gary Herbert ຜູ້ວ່າການລັດ ອຸຕາມອບເຄື່ອງທີ່ລະນຶກ
      ວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ໃຫ້ການຕ້ອນຮັບທ່ານ Gary Herbert ຜູ້ວ່າການລັດ ອຸຕາ, ປະເທດອາເມລິກາ ພ້ອມດ້ວຍຄະນະເຈົ້າໜ້າທີ່, ວິສາຫະກິດລັດດັ່ງກ່າວ ຊຶ່ງພວມຢ້ຽມຢາມຫວຽດນາມແຕ່ວັນທີ 29 ສິງຫາຫາວັນທີ 3 ກັນຍາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຫວັງຢາກຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ. ສ່ວນທ່ານ Gary Herbert ຜູ້ວ່າການລັດ ອຸຕາ ຢືນຢັນວ່າ ລັດອຸຕາ ຖືເປັນສຳຄັນ ແລະ ຈະຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ. 
 (ແຫຼ່ງຄັດຈາກ VOV)

top