ຂ່າວສານ

ຫວຽດນາມສືບຕໍ່ແມ່ນຄູ່ຮ່ວມມືສຳຄັນຂອງ FAO

      ວັນທີ 07 ກຸມພາ, ຢູ່ນະຄອນຫຼວງ Rome, ປະເທດອີຕາລີ, ທ່ານນາງ ຫງວຽນທິບິ໊ກເຫ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຫວຽດນາມ ປະຈຳອົງການອາຫານ ແລະ ການກະເສດ (FAO) ໄດ້ຢືນສານຕາຕັ້ງຂຶ້ນທ່ານຜູ້ອຳນວຍການໃຫຍ່ FAO, ປະລິຍາເອກ Jose Graziano Da Silva.

ທ່ານນາງ ຫງວຽນທິບິ໊ກເຫ້ວ, ເອກອັກຄະລັດຖະທູດ ຢືນສານຕາຕັ້ງຂຶ້ນທ່ານຜູ້ອຳນວຍການໃຫຍ່ FAO
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ, ພາຍຫຼັງຢືນສານຕາຕັ້ງ, ທ່ານຜູ້ອຳນວຍການໃຫຍ່ Jose Graziano Da Silva ຊົມເຊີຍຫວຽດນາມ ທີ່ໄດ້ເຂົ້າຮ່ວມສັນຍາ PSMA (ສັນຍາກ່ຽວກັບມາດຕະການຂອງບັນດາປະເທດມີທ່າກ່ຳປັ່ນ ແນໃສ່ສະກັດກັ້ນການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍໂດຍບໍ່ແຈ້ງ ແລະ ບໍ່ປະຕິບັດຕາມຂໍ້ກຳນົດຂອງ FAO), ເຫັນດີຕໍ່ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດນີ້, ນັບທັງການໜູນຊ່ວຍດ້ານເຕັກນິກ, ນຳໃຊ້ເຕັກໂນໂລຊີສູງ.
        ສ່ວນທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຂອງ FAO ໃນໄລຍະຈະມາເຖິງກວ່າອີກ, ພິເສດແມ່ນໃນບັນດາຂົງເຂດເຊິ່ງຫວຽດນາມ ມີທ່າແຮງ ແລະ ມີບົດຮຽນຫຼາຍຢ່າງຄື ການຜະລິດເຂົ້າສານ ແລະ ລ້ຽງປູກສິນໃນນ້ຳ, ກໍ່ຄືການຮ່ວມມືໃຕ້ - ໃຕ້. ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ ກໍ່ໃຫ້ຮູ້ວ່າ, ຫວຽດນາມ ປາດຖະໜາວ່າ FAO ສືບຕໍ່ໜູນຊ່ວຍການກໍ່ສ້າງກະສິກຳຂຽວ, ມີຄວາມສາມາດແກ່ງແຍ້ງຢ່າງພຽງພໍ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
 (ແຫຼ່ງຄັດຈາກ VOV)


top