ຂ່າວສານ

ຫວຽດນາມສືບຕໍ່ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ

      ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາ 6 ໂມງຂອງວັນທີ 25 ພຶດສະພາ (ໝາຍເຖິງໃນ 39 ວັນ), ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ- 19 ໃໝ່ໃນຊຸມຊົນ.

(ພາບປະກອບ: TTXVN)
      ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງຂອງວັນທີ 25 ພຶດສະພາ, ຫວຽດນາມ ມີທັງໝົດ 325 ກໍລະນີຕິດເຊື້ອໂຄວິດ-19, ໃນນັ້ນມີ 267 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ບັນດາກໍລະນີຕິດໃໝ່ລ້ວນແຕ່ແມ່ນພົນລະເມືອງຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດ ແລະ ໄດ້ແຍກຕົວພາຍຫຼັງເຂົ້າເມືອງໂດຍທັນທີ.
        ໃນຂະນະນັ້ນ, ຕາມແຜນວາດຕີລາຄາກ່ຽວກັບດ້ານສຸຂະພາບປະຊາຄົມ ແລະ ເສດຖະກິດແຫ່ງຊາດຂອງເວັບໄຊ politico.com ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນປະເທດມີພົນລະເມືອງເປັນຈຳນວນຫຼາຍ, ແຕ່ບໍ່ມີກໍລະນີເສຍຊີວິດ. ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຄາດຄະເນວ່າເພີ່ມຂຶ້ນ 2,7% ໃນປີ 2020, ນຳຫວຽດນາມ ກາຍເປັນປະເທດທີ່ສາມາດຮັບມືກັບໂລກລະບາດໂຄວິດ-19 ຢ່າງປະສົບຜົນສຳເລັດທີ່ສຸດໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)


top