ຂ່າວສານ

ຫວຽດນາມສືບຕໍ່ບັນດາມາດຕະການຢ່າງແຮງ ແລະ ຂ້ຽວຂາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

      ຫວຽດນາມຕ້ອງຢຶດໝັ້ນບັນດາມາດຕະການຕິດຕາມກວດກາພົນລະເມືອງຕ່າງປະເທດເຂົ້າເມືອງຫວຽດນາມຢ່າງເຄັ່ງຄັດ.

ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ,
ສະກັດກັ້ນໂລກລະບາດ Covid – 19 (ພາບ: TTXVN)
      ໂດຍເປັນປະທານກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ສຳນັກງານລັດຖະບານ, ຕອນເຊົ້າວັນທີ 16 ມີນາ, ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳໄດ້ຢັ້ງຢືນວ່າ ຫວຽດນາມສືບຕໍ່ສະກັດກັ້ນໂລກລະບາດຢ່າງແຮງ ແລະ ຂ້ຽວຂາດ ເພື່ອຮັບມືກັບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19ໃນຂອບເຂດທົ່ວໂລກ. ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳໄດ້ໃຫ້ຂໍ້ສັງເກດວ່າ ສະພາບການຂອງໂລກລະບາດ Covid – 19 ໃນທົ່ວໂລກພວມມີການຜັນແປຢ່າງສັບສົນ. ດັ່ງນັ້ນ ຫວຽດນາມຕ້ອງຢຶດໝັ້ນບັນດາມາດຕະການຕິດຕາມກວດກາພົນລະເມືອງຕ່າງປະເທດເຂົ້າເມືອງຫວຽດນາມຢ່າງເຄັ່ງຄັດ.
 (ແຫຼ່ງຄັດຈາກ VOV)

top