ຂ່າວສານ

ຫວຽດນາມສືບຕໍ່ຍົກອອກຂໍ້ລິເລີ່ມຫຼາຍຢ່າງ

(ຫວຽດ​ນາມ​ສືບ​ຕໍ່​ຍົກ​ອອກ​ຂໍ້​ລິ​ເລີ່ມ​ຫຼາຍ​ຢ່າງ)
      ວັນ​ທີ 26/02, ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ ແຄ໋ງ​ຮ່​ວາ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ່​ໜຶ່ງ​ບັນ​ດາ​ເຂົ້າ​ໜ​້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖ​ະ​ກິດ​ອາ​ຊີ - ປາ​ຊີ​ຟິກ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ​້ອງ​ໄດ້​ກ້າວ​ເຂົ້າ​ສູ່​ມື້ເຮັດ​ວຽກ​ທີ່ 9. ໃນ​ມື້ນີ້, ບັນ​ດາ​ຜູ້​ແທນ​ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ນະ​ໂຍ​ບາຍ​ກ່ຽວ​ກັບການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ (PPFS); ກຸ​່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ອາ​ຊີບ​ຫາ​ປາ ​ແລະ ມະ​ຫາ​ສະ​ມຸດ (OFWG); ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ (EC) - ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ ຊື້​ປະ​ກອບ​ລັດ​ຖະ​ບານ.
        ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ສືບ​ຕໍ່​ສ້າງ​ຂີດ​ໝາຍ​ດ້ວຍ​ບັນ​ດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ແຜນ​ການ​ກະ​ທຳ​ປະ​ຕິ​ບັດ “ຂອບ​ເຂດ​ຍຸດ​ທະ​ສາດ APEC ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເຂດ​ຕົວ​ເມືອງ - ຊົນ​ນະ​ບົດ ເພື່ອ​ແນ​ໃສ່​ປັບ​ປຸງການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”, ເອ​ກະ​ສານ​ແນະ​ນຳ​ຂອງ​ເວ​ທີ​ປາ​ໄສຮ່ວມ​ມື​ເສດ​ຖ​ະ​ກິດ​ອາ​ຊີ - ປາ​ຊີ​ຟິກກ່​ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽ​ວ​ແບບ​ຍືນ​ຍົງ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ແລະ ຂອບ​ເຂດ​ຄວ​າມ​ສະ​ດ​ວກ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕນ​ິກ​ຂ້າມ​ຊາຍ​ແດນ.
 (ແຫຼ່ງຄັດຈາກ VOV)

top