ຂ່າວສານ

ຫວຽດນາມສະເໜີ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ

      ວັນທີ 16 ມິຖຸນາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງຫຼື ADMM+ ຄັ້ງທີ 8 ຖືກດຳເນີນຕາມຮູບການທາງອອນລາຍ ໂດຍພາຍໃຕ້ການເປັນປະທານຂອງນາຍພົນຈັດຕະວາ Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof ລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີ 2 ຂອງບຣູໄນ
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
      ຄະນະຜູ້ແທນຫວຽດນາມໂດຍທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເປັນຫົວໜ໊າຄະນະ.     ແບ່ງປັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຊິດຊູຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ. ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຄວນປະຕິບັດຕາມຫຼັກການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີບັນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍວ້າດ້ວຍທະເລປີ 1982 ຫຼື UNCLOS 1982, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ແລະ ມີປະສິດທິຜົນ, ແທດຈິງ ສອດຄ່ອງກັບກົດໝາຍສາກົນ. ບັນດາຝ່າຍຄວນລະງັບໃຈ ບໍ່ຄວນມີການກະທຳ ເຮັດໃຫ້ເພີ່ມທະວີຄວາມເຄັ່ງຕຶງ ແລະ ສັບສົນດ້ວຍທຸກຮູບການ. ຕາມທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລ້ວ, ເລື່ອງສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) và UNCLOS 1982 ແມ່ນວຽກງານທີ່ຕ້ອງການຍິ່ງກ່ວາເວລາໃດໝົດ ກໍຄືຄວນປະພຶດໂດຍມະນຸດສະທຳກັບຊາວປະມົງໃນບໍ່ວ່າສະພາບການໃດໆຢູ່ທະເລ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ ເຮັດໄດ້ສິ່ງນັ້ນ ກໍເປັນການຢັ້ງຢືນວ່າ ພວກເຮົາ ກໍແມ່ນບັນດາການນຳກະຊວງປ້ອງກັນປະເທດເພື່ອສັນຕິພາບ.
 (ແຫຼ່ງຄັດຈາກ VOV)
 


top