ຂ່າວສານ

ຫວຽດນາມສະເໜີ 4 ຂໍ້ບຸລິມະສິດຢູ່ APEC 2017

ກອງ​ປະ​ຊຸມ​ກຸ່ມ​ເພື່ອນ​ປະ​ທານ
(ພາບ: TTXVN)
      ຕອນ​ເຊົ້າ​ວັນ​ທີ 01/03, ຢູ່​ນະ​ຄອນ​ຍາ​ຈ​າງ, ແຂວງ​ແຄ໋ງ​ຮ່​ວາ, ກອງ​ປ​ະ​ຊຸມ​ຄັ້ງ​ທີ 1 ເຈ​ົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ເອີ​ລົບ 2017 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງໄດ້​ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີ່ 12. ໃນ​ວັນ​ທີ 01/03, ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປ​ະ​ຊຸມ​ສຸດ​ທ້າຍ​ຂັ້ນ​ຄະ​ນະ​ກຳ​ມະ​ການ ແລະ ບາງກອງ​ປະ​ຊຸມ​ກຸ່ມ​ເພື່ອນ​ປະ​ທານ ແລະ ອົງ​ການ​ໜູນ​ຊ່ວຍ​ນະ​ໂຍ​ບາຍ APEC. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ມີ 4 ຂໍ້​ສະ​ເໜີ​ບຸ​ລິ​ມະ​ສິດ. ທີໜຶ່ງ​ແມ່ນ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ມີ​​ຫົວ​ຄິດ​ປະ​ດິດສ້າງ ແລະ ກວມ​ລວມ; ທີ 2 ແມ່ນ​​ການ​ເຊື່ອມ​ໂຍງດ້ານ​ເສດ​ຖະ​ກິດ ແລະ ຮ່ວມ​ສຳ​ພັນ​ພາກ​ພື້ນ; ທີ 3 ແມ່ນ​ສົ່ງ​ເສີມ​ການຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ນ້ອຍໆ, ​ນ້ອຍ ແລະ ກາງ ແລະ ບຸ​ລິ​ມະ​ສິດ​ທີ 4 ແມ່ນ​ຮັບປະ​ກັນ​​ຄວາມ​ປອດ​ໄພດ້ານ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ​ແບ​ບ​ຍືນ​ຍົງ.
        ບຸ​ລິ​ມະ​ສິດ 4 ຂໍ້​ເຊິ່ງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ສະ​ເໜີ​ແມ່ນ​ເໝາະ​ສົມ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ໄລ​ຍະ​ກາງ​ຂອງ​ຄະ​ນະ​ປະ​ສານ​ງານ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ເຕັກ​ນິກ ທີ່​ໄດ້​ວາງ​ອອກ​ໃນ​ໄລ​ຍະ 2015 – 2019, ພິ​ເສດ​ແມ່ນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສົ່ງ​ເສີມ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ໜູນ​ຊ່ວຍ​ການ​ປະ​ດິດ​ຄິ​ດ​ສ້າງ…
 (ແຫຼ່ງຄັດຈາກ VOV)

top