ຂ່າວສານ

ຫວຽດນາມສະເຫນີ ອາຊຽນ -ຈີນ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະຍູ້ແຮງການຮ່ວມມືຮອບດ້ານ

      ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວຫນ້າ SOM ASEAN ຂອງຫວຽດນາມ ໃຫ້ຮູ້ວ່າ: ໝາກຜົນໃຫຍ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນເລື່ອງການນຳສອງຝ່າຍ ໄດ້ປະກາດຢ່າງເປັນທາງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ -ຈີນ
ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວຫນ້າ SOM ASEAN ຂອງຫວຽດນາມ.(ພາບ:nhandan.vn)
      ວັນທີ 22 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວ ພາຍຫລັງ ກອງປະຊຸມຂັ້ນສູງພິເສດສະເຫລີມສະຫລອງ 30 ປີແຫ່ງການພົວພັນຄູ່ເຈລະຈາ ອາຊຽນ -ຈີນ, ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວຫນ້າ SOM ASEAN ຂອງຫວຽດນາມ ໃຫ້ຮູ້ວ່າ: ໝາກຜົນໃຫຍ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນເລື່ອງການນຳສອງຝ່າຍ ໄດ້ປະກາດຢ່າງເປັນທາງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ -ຈີນ, ພ້ອມທັງເປັນເອກະພາບກ່ຽວກັບບັນດາການນຳນົດທິດຊຸກຍູ້ການພົວພັນນີ້ເພື່ອໃຫ້ສົມກັບລະດັບຍຸດທະສາດ ແລະຮອບດ້ານໃນໄລຍະຈະມາເຖິງ.
ບັນດາການນຳເຫັນດີ ພ້ອມກັນກໍ່ສ້າງທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ໝັ້ນຄົງ,ສະຖຽນລະພາບ ແລະການຮ່ວມມື;ເນັ້ນຫນັກເຖິງຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ. ສິ້ນສຸດກອງປະຊຸມ,ບັນດາການນຳ ອາຊຽນ ແລະຈີນ ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມຂັ້ນສຸດພິເສດ: “ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ”.
      ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ສະເຫນີໃຫ້ສອງຝ່າຍຄວນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະຍູ້ແຮງການຮ່ວມມືຮອບດ້ານໃຫ້ແກ່ການພົວພັນ ອາຊຽນ - ຈີນ ເພື່ອຮັບມືສິ່ງທ້າທາຍໃຫມ່, ມີລັກສະນະທົ່ວໂລກຢ່າງມີປະສິດທິຜົນ, ປະກອບສ່ວນພັດທະນາຮອບດ້ານ, ກວມລວມ, ວັດທະນາຖາວອນ,ປອດໄພ, ຍືນຍົງໃຫ້ແກ່ແຕ່ລະຝ່າຍ.ທ່ານນາຍົກລັດຖະມົນຕີປາດຖະຫນາຢາກໃຫ້ຈີນ ເສີມຂະຫຍາຍບົດບາດຂອງປະເທດໃຫຍ່ໃນພາກພື້ນ ແລະໃນໂລກ ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ໃນນັ້ນມີບັນຫາທະເລຕາເວັນອອກເພື່ອນຳມາເຊິ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ ພາກພື້ນ ອາຊີ -ປາຊີຟິກ ແລະໃນໂລກ.
 (ແຫຼ່ງຄັດຈາກ VOV)
 
 


top