ຂ່າວສານ

ຫວຽດນາມສະຫນັບສະຫນູນວິວັດການປອດນິວເຄຼຍຢູ່ແຫລມເກົາຫລີ

      ວັນທີ 22 ມີນາ ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມສະເຫນີໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບການພົບປະຄັ້ງສຸດຍອດລະຫວ່າງການນຳ ອາເມລິກາ ແລະ ການນຳ ສປປ ເກົາຫລີ ໃນເດືອນພຶດສະພາຈະມາເຖິງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ ຊີ້ແຈ້ງວ່າ:

ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
      “ຫວຽດນາມສະຫນັບສະຫນູນຄວາມມານພະຍາຍາມມີລັກສະນະສ້າງສັນ ໃນການແກ້ໄຂທຸກຄວາມບໍ່ລົງລອຍກັນຜ່ານການເຈລະຈາໂດຍສັນຕິ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຂອງແຫລມເກົາຫລີ ເວົ້າສະເພາະ, ໃນໂລກເວົ້າລວມ. ຫວຽດນາມ ກໍ່ພ້ອມແລ້ວປະກອບສ່ວນຕັ້ງຫນ້າເຂົ້າໃນການຊຸກຍູ້ການເຈລະຈາ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນແຫລມເກົາຫລີ.”
ໂດຍຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ກ່ອນທີ່ ກະຊວງກະສິກຳຈີນ ຫວ່າງແລ້ວນີ້ ໄດ້ປະກາດ ດັດແກ້ຂໍ້ກຳນົດກົດລະບຽບ ຢຸດຕິການຫາປາຢູ່ທະເລ ລວມມີ ເຂດທະເລບາງແຫ່ງຂອງຫວຽດນາມ ມີຜົນສັກສິດ ນັບແຕ່ວັນທີ 1 ພຶດສະພາປີ 2018, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກວ່າ:
        ຂໍ້ກຳນົດກົດລະບຽບນີ້ ແມ່ນລ່ວງລະເມີດອະທິດປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ລະເມີດບັນດາສິດ ແລະ ຜົນປະໂຫຍດດ້ານນິຕິກຳຂອງຫວຽດນາມຢູ່ບັນດາເຂດທະເລຂອງຕົນ, ລະເມີດກົດໝາຍສາກົນ ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໄປຝືນກັບເນື້ອໃຈຈິດໃຈ ແລະ ຄຳຖະແຫລງການປະພຶດຂອງຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາບົນທະເລ ຫວຽດນາມ - ຈີນ, ບໍ່ສອດຄ່ອງກັບຂໍ້ຕົກລົງສຳຄັນ ກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນບົນທະເລ ຊື່ງການນຳສອງປະເທດບັນລຸໄດ້, ບໍ່ມີຜົນປະໂຫຍດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ ແລະ ທ່າອ່ຽງພັດທະນາອັນດີງາມຂອງການພົວພັນລະຫວ່າງສອງປະເທດ ກໍຄື ຄວາມມານະພະຍາຍາມຂອງບັນດາຝ່າຍໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ປະຈຸບັນ.
 (ແຫຼ່ງຄັດຈາກ VOV)


top