ຂ່າວສານ

ຫວຽດນາມສະຫງວນງົບປະມານ 20% ເພື່ອລົງທຶນ, ພັດທະນາການສຶກສາ

ວັນທີ 6 ມິຖຸນາ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດເລີ່ມຕົ້ນຊັກຖາມທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍະ.
 
ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍະ

ວັນທີ 6 ມິຖຸນາ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດເລີ່ມຕົ້ນຊັກຖາມທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍະ.

        ທີ່ວາລະຊັກຖາມໃນຕອນເຊົ້າ, ທ່ານລັດຖະມົນຕີ ຟຸ່ງຊວນຍະ ໄດ້ຕອບຄຳຊັກຖາມໃນ 03 ກຸ່ມບັນຫາ  ທີ່ຈະໄດ້ຮັບການຊັກຖາມຈາກສະມາຊິກສະພາແຫ່ງຊາດ ຄື: ສະພາບຕົວຈິງ ແລະ ມາດຕະການຍົກສູງຄຸນນະພາບການສຶກສາ ຂັ້ນມະຫາວິທະໄລ, ການສຶກສາສາມັນ; ວຽກງານຄຸ້ມຄອງການສຶກສາຊັ້ນອະນຸບານ, ເປັນຕົ້ນແມ່ນ ການສຶກສາຊັ້ນອະນຸບານນອກລັດ.

        ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸ່ງຊວນຍະ ໃຫ້ຮູ້ວ່າ, ໄລຍະຜ່ານມາ, ຂະແໜງສຶກສາ ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊື່ນຊົມ ແລະ ໄດ້ຮັບການຊີ້ນຳຈາກພັກ, ລັດ, ລັດຖະບານ ແລະ ການສົມທົບກັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ຫວຽດນາມຍາມໃດກໍເອົາໃຈໃສ່ເຖິງການສຶກສາ ແລະ ຖືນີ້ແມ່ນລັດຖະນະໂຍບາຍແຖວໜ້າ. ແຕ່ລະປີ, ຫວຽດນາມ ສະຫງວນງົບປະມານ 20% ເພື່ອລົງທຶນໃຫ້ແກ່ການສຶກສາ. ພິເສດ, ປັດຈຸບັນມີວິສາຫະກິດຫຼາຍແຫ່ງໄດ້ເຂົ້າຮ່ວມ ແລະ ປະກອບສ່ວນໃຫ້ແກ່ການພັດທະນາຂະແໜງການສຶກສາຂອງປະເທດ.

        “ແຜນນະໂຍບາຍດັ່ງກ່າວ ເຊິ່ງບັນດາເອກະສານກອງປະຊຸມໃຫຍ່ຂອງພັກ, ລັດ ໄດ້ຊີ້ນຳຢ່າງໃກ້ຊິດ… ແຕ່ລະປີ, ຈຳນວນນັກຮຽນໄດ້ໄປຮຽນຢູ່ຕ່າງປະເທດກໍຫຼາຍພໍສົມຄວນ. ເຮັດແນວໃດເພື່ອດຶງດູດນັກຮຽນ ໃຫ້ຮຽນຢູ່ພາຍໃນປະເທດ ເຊິ່ງອາດຈະໄດ້ຊົມໃຊ້ພື້ນຖານການສຶກສາຢູ່ພາຍໃນປະເທດດີທີ່ສຸດ ພວກຂ້າພະເຈົ້າໄດ້ເປັນເສນາທິການໃຫ້ລັດຖະບານ ມີບັນດານະໂຍບາຍສົ່ງເສີມບັນດາພາກສ່ວນເສດຖະກິດ, ວິສາຫະກິດເຂົ້າຮ່ວມໃນການສຶກສາ, ດ້ວຍຄວາມຮຽກຮ້ອງຕ້ອງການດ້ານຄຸນນະພາບ. ໄລຍະຕໍ່ໄປ ໃນກົດໝາຍວ່າດ້ວຍການສຶກສາ, ການສຶກສາມະຫາວິທະຍາໄລ, ພວກຂ້າພະເຈົ້າຈະນຳເອົາການສຶກສາສັງຄົມເຂົ້າໃນລາຍການກົດໝາຍ”.

        ທີ່ການເຮັດວຽກໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສະຫະພັນ ໄມໂຄຼນີເຊຍ ນຳໂດຍທ່ານປະທານສະພາແຫ່ງຊາດສະຫະພັນ ໄມໂຄຼນີເຊຍ Wesley W.Simina ກໍໄດ້ເຂົ້າຮ່ວມວາລະປະຊຸມ.

 (ແຫຼ່ງຄັດຈາກ VOV)



top