ຂ່າວສານ

ຫວຽດນາມຢືນອັນດັບທີ 3 ການແຂ່ງຂັນຍິງປືນສຳລັບທະຫານບັນດາປະເທດອາຊຽນ

      ຄະນະນັກກິລາຫວຽດນາມ ລວມມີພະນັກງານ, ນາຍທະຫານ, ນັກຍິງປືນ 33 ຄົນ ແລະ ຢືນອັນດັບທີ 3 ພ້ອມກັບຟີລິບປິນ

ຫວຽດນາມຢືນອັນດັບທີ 3 ການແຂ່ງຂັນຍິງປືນສຳລັບທະຫານ
(ພາບ: Vietnam+)
      ພາຍຫຼັງການແຂ່ງຂັນມາເປັນເວລາ 13 ວັນ, ການແຂ່ງຂັນຍິງປືນສຳລັບທະຫານອາຊຽນ ຄັ້ງທີ 39 (AARM 29) ໄດ້ອັດລົງໃນຕອນເຊົ້າວັນທີ 26 ພະຈິກ, ຢູ່ນະຄອນ Bandung, ປະເທດອິນໂດເນເຊຍ. ຄະນະນັກກິລາຫວຽດນາມ ລວມມີພະນັກງານ, ນາຍທະຫານ, ນັກຍິງປືນ 33 ຄົນ ແລະ ຢືນອັນດັບທີ 3 ພ້ອມກັບຟີລິບປິນ, ລວມມີຫຼຽນຄຳ 9 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 12 ຫຼຽນ, ຢູ່ບັນດາການແຂ່ງຂັນຍິງປືນກົນເບົາ, ປືນຈັກ ແລະ ປືນສັ້ນ. ຄະນະນັກກິລາໄທ ແລະ ຄະນະນັກກິລາປະເທດເຈົ້າພາບອິນໂດເນເຊຍ ຢືນອັນດັບທີ 1 ແລະ ທີ 2 ຕາມລຳດັບ.
 (ແຫຼ່ງຄັດຈາກ VOV)


top