ຂ່າວສານ

ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຫຼາຍກ່ວາ 1.200 ຄົນໃນວັນທີ 10 ພະຈິກ

      ໃນວັນທີ 10 ພະຈິກຫວຽດນາມຢັ້ງຢືນ ມີຄົນເຈັບທີ່ປິ່ນປົວຫາຍດີ ຕື່ມອີກ 1.191 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 844.054 ຄົນ 
ພາບປະກອບ
      ນັບແຕ່ເວລາ 16 ໂມງ ຂອງວັນທີ 9 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 10 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 7.930 ຄົນ ໃນນັ້ນມີ 12 ຄົນມາຈາກຕ່າງປະເທດ ແລະ 7.918 ຄົນຢູ່ພາຍໃນປະເທດທີ່ 59 ແຂວງ ແລະ ນະຄອນ.
    ໃນວັນທີ 10 ພະຈິກຫວຽດນາມຢັ້ງຢືນ ມີຄົນເຈັບທີ່ປິ່ນປົວຫາຍດີ ຕື່ມອີກ 1.191 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 844.054 ຄົນ ແລະ ມີ 79 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

 

top