ຂ່າວສານ

ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນກ່ວາ 2.000 ຄົນ ໄດ້ຮັບການປິ່ນປົວຫາຍດີ

      ນັບແຕ່ເວລາ 17 ໂມງ ຂອງວັນທີ 26 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 27 ຕຸລາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 4.411 ຄົນ (ໃນນັ້ນມີ 7 ກໍລະນີມາຈາກຕ່າງປະເທດ) ຢູ່ 47 ແຂວງ, ນະຄອນ. 
ການວິໄຈຫາເຊື້ອ
      ເປັນອັນວ່າ ໄລຮອດວັນທີ 27 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 900.585  ຄົນ ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ
       ໃນວັນທີ 27 ຕຸລາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 2.024   ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 812.314 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 54 ຄົນ. 
(ແຫຼ່ງຄັດຈາກ VOV)


top