ຂ່າວສານ

ຫວຽດນາມຢັ້ງຢືນມີກໍລະນີຕິດເຊື້ອ ໂຄວິດ-19 ຕື່ມອີກ 7 ຄົນ

      ແຕ່ເວລາ 18 ໂມງຂອງວັນທີ 4 ມັງກອນ ຫາ 18 ໂມງຂອງວັນທີ 5 ມັງກອນ, ຫວຽດນາມຢັ້ງຢືນມີກໍລະນີຕິດເຊື້ອ ໂຄວິດ-19 ຕື່ມອີກ 7 ຄົນ

ບັນດາກໍລະນີຕິດເຊື້ອ ໂຄວິດ-19 ໄດ້ຮັບການແຍກຕົວໃນທັນທີ່
      ບັນດາກໍລະນີຕິດເຊື້ອ ໂຄວິດ-19 ດັ່ງກ່າວແມ່ນມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ່. ເປັນອັນວ່າ ຫວຽດນາມ ມີກໍລະນີຕິດເຊື້ອ ໂຄວິດ-19 ທັງໝົດ 1.504 ຄົນ. ວັນທີ 5 ມັງກອນ, ແມ່ນມື້ທີ 35 ຢ່າງລຽນຕິດ ຫວຽດນາມບໍ່ມີກໍລະນີຕິດເຊື້ອ ໂຄວິດ-19 ໃນຊຸມຊົນ.
    ມາຮອດປະຈຸບັນ, ຫວຽດນາມໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 1.339  ຄົນຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ
(ແຫຼ່ງຄັດຈາກ VOV)


top