ຂ່າວສານ

ຫວຽດນາມຢັ້ງຢືນຄືນຄຳໝັ້ນສັນຍາແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ

      ເຖິງວ່າປະສົບຄວາມຫຍຸ້ງຍາກຍ້ອນໂຄວິດ - 19 ກໍ່ຕາມແຕ່ ຫວຽດນາມຍັງຄົງໝັ້ນໝາຍແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ
ຫວຽດນາມຍັງຄົງໝັ້ນໝາຍແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ
      ກ່າວຄຳເຫັນທີ່ເວທີປາໄສທາງໄກກ່ຽວກັບແມ່ຍິງແລະເສດຖະກິດ APEC ປິີ 2021 ໃນວັນທີ 24 ກັນຍາທີ່ຜ່ານມາ, ທ່ານນາງລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະແລະ ສັງຄົມຫວຽດນາມຫງວຽນທິຮ່າໄດ້ຢືນຢັນວ່າເຖິງວ່າປະສົບຄວາມຫຍຸ້ງຍາກຍ້ອນໂຄວິດ - 19 ກໍ່ຕາມແຕ່ ຫວຽດນາມຍັງຄົງໝັ້ນໝາຍແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ. ຕາມນັ້ນແລ້ວຫວຽດນາມໄດ້ປະກາດໃຊ້ ແລະຜັນຂະຫຍາຍບັນດາຍຸດທະສາດໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍເຖິງປີ 2030 ແລະພະຍາຍາມປະກອບສ່ວນປະຕິບັດເປົ້າໝາຍເຊິ່ງ APEC ວາງອອກໃນແຜນງານຣາເຊເຣນາ ກ່ຽວກັບແມ່ຍິງແລະການເຕີບໂຕກວມລວມ. ພ້ອມກັນນັ້ນຫວຽດນາມຍັງໄດ້ປະກາດໃຊ້ບັນດານະໂຍບາຍໃໝ່ທີ່ກ່ຽວຂ້ອງເຊິ່ງພົ້ນເດັ່ນແມ່ນນະໂຍບາຍກ່ຽວກັບການຊ່ວຍໜູນປະຊາຊົນແລະວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ - 19 ດ້ວຍຫຼາຍກຸ່ມເປົ້າໝາຍ. 
(ແຫຼ່ງຄັດຈາກ VOV)


top