ຂ່າວສານ

ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງໃນການດຶງດູດການລົງທຶນພາຍຫຼັງ Covid – 19

ດ້ວຍບັນດາຜົນສຳເລັດໃນການຄວບຄຸມໂລກລະບາດ Covid – 19, ຫວຽດນາມພວມຄ່ອຍໆກຳນົດທີ່ຕັ້ງຕົນເອງແມ່ນໜຶ່ງໃນບັນດາສະຖານທີ່ ທີ່ມີຄວາມປອດໄພໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດ, ຍາດແຍ່ງທ່າອ່ຽງຫັນລະບົບສະໜອງເປັນຫຼາຍຮູບ ແບບ ນອກຈາກຈີນຂອງບັນດານັກຜະລິດສາກົນ. ນີ້ແມ່ນຂໍ້ສັງເກດທີ່ຫາກໍ່ໄດ້ຍົກອອກມາຈາກ ສຳນັກຂ່າວສານ Reuters.

ພາບປະກອບ 

ຕາມReuters,ດ້ວຍຈຳນວນຜູ້ຕິດເຊື້ອCovid–19ມີໜ້ອຍແລະບໍ່ມີຜູ້ໃດເສຍຊີວິດ, ຫວຽດນາມຈະມີເງື່ອນໄຂສະດວກເພື່ອຟື້ນຟູພື້ນຖານເສດຖະກິດໄວກ່ວາເມື່ອທຽບໃສ່ກັບປະເທດອື່ນເກືອບທັງໝົດ.ບັນດາຜົນສຳເລັດຂອງຫວຽດນາມໃນການ ຮັບມືກັບໂລກລະບາດ ກໍ່ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ ເນື້ອເຊື່ອໃຈ ຂອງບັນດານັກລົງທຶນຕ່າງປະເທດ.
(ແຫຼ່ງຄັດຈາກ VOV)

top