ຂ່າວສານ

ຫວຽດນາມມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ຢູ່ ຕາເວັນອອກກາງ

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດຄວາມອົດກັ້ນ ແລະ ແກ້ໄຂບັນດາຄວາມຂັດແຍ້ງກັນ ໂດຍສັນຕິວິທີ ແລະ ປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດ.

ວັນ​ທີ 14 ​ເມສາ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​ ຂອງ​ນັກ​ຂ່າວ ​ທີ່​ຖາມ ​ກ່ຽວ​ກັບ​ ປະຕິກິລິຍາກ ​ຂອງ​ ຫວຽດນາມ ​ຕໍ່​ການ​ ຍິງ​ລູກ​ສອນ​ໄຟ​ເຂົ້າ​ສູ່​ດິນ​ແດນ ອິດສະຣາ​ແອນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ທ່ານນາງ ຟ້າ​ມທູ​ຮັ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ຕໍ່ການຜັນແປ ເຄັ່ງຕຶງທີ່ເພີ່ມຂຶ້ນ ຢູ່ຕາເວັນອອກກາງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກະທຳ​ທີ່​ຮຸນ​ແຮງ ລະເມີດກົດບັດສະຫະປະຊາຊາດ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນ.

  ທ່ານນາງ ຟ້າມທູຮັ່ງ - ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. ພາບ: ກະຊວງການຕ່າງປະເທດ  

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ທ່ານນາງ ຟ້າມທູຮ່ັງ ຮຽກຮ້ອງ​ໃຫ້​ ຝ່າຍຕ່າງ​ໆ ​ທີ່​ກ່ຽວຂ້ອງ ​ຕ້ອງ​ອົດ​ກັ້ນ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ກົດ​ບັດ ​ແລະ ບັນດາມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ເຂັ້ມ​ງວດ, ຢຸດຕິ​ບັນດາ​ການ​ກະທຳ​ຮຸນ​ແຮງ​ ທີ່​ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ເພື່ອ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ສັນຕິພາບ, ສະຖຽນ​ລະ​ພາບ​ ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.


top