ຂ່າວສານ

ຫວຽດນາມມີກຳລັງຄວາມສາມາດຢ່າງພຽງພໍໃນການຜະລິດຜ້າອັດປາກກັນພະຍາດຕອບສະໜອງຄວາມຕ້ອງການຢູ່ພາຍໃນປະເທດ

      ຂະແໜງອຸດສາຫະກຳການຄ້າໃຫ້ຄຳໝັ້ນສັນຍາຮັບປະກັນກຳລັງຜະລິດບັນດາຜະລິດຕະພັນຜ້າອັດປາກກັນເຊື້ອພະຍາດ, ກັນນ້ຳໄດ້ຢ່າງພຽງພໍ

(ພາບປະກອບ: Vietnam+)
      ວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ເມື່ອເປັນປະທານກອງປະຊຸມກັບບັນດາໂຮງງານຜະລິດເຄື່ອງຕ່ຳແຜ່ນຕັດຫຍິບແລະບັນດາກຸ່ມບໍລິສັດ, ວິສາຫະກິດແຈກຢາຍ, ຂາຍຍ່ອຍ, ທ່ານເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມຢືນຢັນວ່າ, ຂະແໜງອຸດສາຫະກຳການຄ້າໃຫ້ຄຳໝັ້ນສັນຍາຮັບປະກັນກຳລັງຜະລິດບັນດາຜະລິດຕະພັນຜ້າອັດປາກກັນເຊື້ອພະຍາດ, ກັນນ້ຳໄດ້… ຢ່າງພຽງພໍ ເພື່ອຮັບໃຊ້ຄວາມຕ້ອງການຂອງຕະຫຼາດດ້ວຍຄຸນນະພາບບັນລຸຄວາມຮຽກຮ້ອງຕ້ອງການຂອງກະຊວງສາທາລະນະສຸກຫວຽດນາມກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.ທ່ານເຈິ່ນຕວ໊ນແອັງ, ເນັ້ນໜັກວ່າ.
“ກົມຕະຫຼາດພາຍໃນປະເທດຄວນສ້າງແຜນການເພື່ອຊີ້ນຳໃຫ້ບັນດາທ້ອງຖິ່ນໃນວຽກງານສ້າງແຜນການກ່ຽວກັບເລື່ອງເຮັດໃຫ້ຕະຫຼາດເປັນປົກກະຕິແລະສະໜອງຜ້າອັດປາກໃຫ້ປະຊາຊົນຢູ່ທ້ອງຖິ່ນຂອງຕົນ.ເຈົ້າແຂວງກໍຄືຫົວໜ້າພະແນກອຸດສາຫະກຳການຄ້າຕ້ອງລາຍງານຕໍ່ລັດຖະບານກ່ຽວກັບການແຈກຢາຍຜ້າອັດປາກໂດຍບໍ່ເສຍຄ່າໃຫ້ບັນດາເປົ້າໝາຍຄື: ຜູ້ມີອາຍຸສູງ, ຜູ້ເປັນພະຍາດ, ເດັກນ້ອຍ… ”
 (ແຫຼ່ງຄັດຈາກ VOV)


top