ຂ່າວສານ

ຫວຽດນາມພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງປະຊາຄົມເສດຖະກິດອາຊຽນ ແລະ ຈີນ

      ເນື່ອງໃນໂອກາດໄປຢ້ຽມຢາມເຂດປົກຄອງດ້ວຍຕົນເອງ ຈວາງ ກວາງຊີ ແລະ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ - ອາຊຽນ ຄັ້ງທີ 14, ໃນລະຫວ່າງວັນທີ 11 – 13 ກັນຍາ

(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ)
      ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ຕອບສຳພາດຕໍ່ບັນດາອົງການສື່ມວນຊົນໃຫຍ່ຂອງສປ.ຈີນ ຄື: ຊິນຮວາ, China News, ໜັງສືພິມປະຊາຊົນລາຍວັນ… ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢືນວ່າ, ງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດລົງທຶນການຄ້າຈີນ - ອາຊຽນ ແມ່ນການເຄື່ອນໄຫວພົວພັນແລກປ່ຽນທີ່ມີຄວາມໝາຍສຳຄັນໃນການຮ່ວມມືລະຫວ່າງຈີນ ກັບອາຊຽນ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມອາຊຽນ, ສະນັ້ນຍາມໃດ ຫວຽດນາມ ກໍຖືເປັນສຳຄັນ ແລະ ສະໜັບສະໜູນການຮ່ວມມືອາຊຽນ - ຈີນ; ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງປະຊາຄົມເສດຖະກິດອາຊຽນ ແລະ ຈີນ, ພ້ອມກັບບັນດາປະເທດອາຊຽນ ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນບັນດາການເຄື່ອນໄຫວດ້ານເສດຖະກິດ - ການຄ້າໄດ້ຮັບການຜັນຂະຫຍາຍຢ່າງຕໍ່ເນື່ອງ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ສົ່ງເສີມ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອາຊຽນ ແລະ ຈີນ ພັດທະນາການຮ່ວມມືດຳເນີນທຸລະກິດ, ເປີດກວ້າງການລົງທຶນຢູ່ຫວຽດນາມ, ເພື່ອຜົນປະໂຫຍດຂອງທຸກຝ່າຍ.
 (ແຫຼ່ງຄັດຈາກ VOV)

top