ຂ່າວສານ

ຫວຽດນາມພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມື ອາຊຽນ - ສປຊ ໃນການຮັກສາສັນຕິພາບ

      ວັນທີ 14 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບການຮັກສາສັນຕິພາບໂດຍມີການເຂົ້າຮ່ວມ ແລະ ລາຍງານຂອງ ທ່ານ Jean – Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາການເຄື່ອນໄຫວສັນຕິພາບ. 

ກຳລັງເສນາຮັກໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ຂອງຫວຽດນາມ (ພາບ: TTXVN) 
      ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາວ່າ ການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງ ສປຊໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນ. ຕໍ່ໜ້າສະພາບການຖືກກີດຂວາງ ແລະ ບຸກໂຈມຕີກຳລັງຮັກສາສັນຕິພາບຍັງຄົງດຳເນີນຢູ່ນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ບັນດາປະເທດຕ້ອງຄິດໄລ່ເຖິງບົດບາດສຳຄັນແຖວໜ້າຂອງບັນດາຝ່າຍທີ່ກ່ຽວຂ້ອງເມື່ອຊຸກຍູ້ວິວັດທະນາການດ້ານການເມືອງ.
            ປັດຈຸບັນ, ສປຊ ມີ 13 ຄະນະປະຕິບັດການຮັກສາສັນຕິພາບ 13 ຄະນະ, ຄະນະປະຕິບັດງານການເມືອງພິເສດ 15 ຄະນະ ແລະ ຄະນະປະຕິບັນງານພິເສດທີ່ພວມເຄື່ອນໄຫວ 11 ຄະນະ.
(ແຫຼ່ງຄັດຈາກ VOV)

top