ຂ່າວສານ ຫວຽດນາມພົ້ນເດັ່ນໃນແຜນທີ່ລົງທຶນຂອງໂລກ 22/08/2016 (ພາບປະກອບ) ລາຍງານລ້າສຸດຂອງກອງປະຊຸມ ສະຫະປະຊາຊາດ ກ່ຽວກັບດ້ານການຄ້າ ແລະ ພັດທະນາ ໄດ້ຢືນຢັນວ່າ, ບັນດານັກລົງທຶນນັບມື້ນັບເອົາໃຈໃສ່ເຖິງພາກພື້ນ “ອາຊີພວມພັດທະນາ“. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ໃນຍອດຈຳນວນທຶນ 765 ຕຶ້ USD ລົງທຶນໂດຍກົງຂອງຕ່າງປະເທດ (FDI) ໃນປີ 2015 ເຂົ້າບັນດາປະເທດພວມພັດທະນານັ້ນ, ຈຳນວນເງິນລົງທຶນເຂົ້າບັນດາປະເທດ “ອາຊີພວມພັດທະນາ“ ແມ່ນ 541 ຕຶ້ USD, ເຊິ່ງສຸມໃສ່ຕົ້ນຕໍເຂົ້າຕະຫຼາດ 3 ແຫ່ງທີ່ມີຄວາມສາມາດບົ່ມຊ້ອນນັ້ນແມ່ນ: ຫວຽດນາມ, ມຽນມາ, ແລະ ອິນເດຍ. ບັນດາດັດຊະນີທີ່ຫາກໍ່ປະກາດ ໄດ້ເປັນການຢືນຢັນໃຫ້ເຫັນວ່າ, ຫວຽດນາມແມ່ນຈຸດໝາຍພິເສດໃນໄລຍະມໍ່ໆມານີ້. ຕາມການສະຖິຕິລ້າສຸດຂອງລັດຖະບານ, ໄລ່ສະເພາະໃນງວດທີ 1 ປີ 2016, ຫວຽດນາມສາມາດດຶງດູດທຶນ FDI ໄດ້ 11,3 ຕຶ້ USD. ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ, ບັນດານັກລົງທຶນສ່ວນຫຼາຍໄດ້ສຸມໃສ່ບັນດາໂຄງການລະອຽດ, ພິເສດແມ່ນໃນຂົງເຂດປຸງແຕ່ງ ແລະ ອະສັງຫາລິມະຊັບ. (ແຫຼ່ງຄັດຈາກ VOV)

(ພາບປະກອບ) ລາຍງານລ້າສຸດຂອງກອງປະຊຸມ ສະຫະປະຊາຊາດ ກ່ຽວກັບດ້ານການຄ້າ ແລະ ພັດທະນາ ໄດ້ຢືນຢັນວ່າ, ບັນດານັກລົງທຶນນັບມື້ນັບເອົາໃຈໃສ່ເຖິງພາກພື້ນ “ອາຊີພວມພັດທະນາ“. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ໃນຍອດຈຳນວນທຶນ 765 ຕຶ້ USD ລົງທຶນໂດຍກົງຂອງຕ່າງປະເທດ (FDI) ໃນປີ 2015 ເຂົ້າບັນດາປະເທດພວມພັດທະນານັ້ນ, ຈຳນວນເງິນລົງທຶນເຂົ້າບັນດາປະເທດ “ອາຊີພວມພັດທະນາ“ ແມ່ນ 541 ຕຶ້ USD, ເຊິ່ງສຸມໃສ່ຕົ້ນຕໍເຂົ້າຕະຫຼາດ 3 ແຫ່ງທີ່ມີຄວາມສາມາດບົ່ມຊ້ອນນັ້ນແມ່ນ: ຫວຽດນາມ, ມຽນມາ, ແລະ ອິນເດຍ. ບັນດາດັດຊະນີທີ່ຫາກໍ່ປະກາດ ໄດ້ເປັນການຢືນຢັນໃຫ້ເຫັນວ່າ, ຫວຽດນາມແມ່ນຈຸດໝາຍພິເສດໃນໄລຍະມໍ່ໆມານີ້. ຕາມການສະຖິຕິລ້າສຸດຂອງລັດຖະບານ, ໄລ່ສະເພາະໃນງວດທີ 1 ປີ 2016, ຫວຽດນາມສາມາດດຶງດູດທຶນ FDI ໄດ້ 11,3 ຕຶ້ USD. ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ, ບັນດານັກລົງທຶນສ່ວນຫຼາຍໄດ້ສຸມໃສ່ບັນດາໂຄງການລະອຽດ, ພິເສດແມ່ນໃນຂົງເຂດປຸງແຕ່ງ ແລະ ອະສັງຫາລິມະຊັບ. (ແຫຼ່ງຄັດຈາກ VOV)