ຂ່າວສານ

ຫວຽດນາມປາດຖະໜາວ່າກອງທຶນສະຫະປະຊາຊາດເພື່ຶອເດັກນ້ອຍຕັ້ງໜ້າຮ່ວມມືໜູນຊ່ວຍເດັກນ້ອຍຫວຽດນາມ


ທ່ານ​ນາງ​ຮອງ​ປະທານ​ປະ​​ເທດ ຫວຽດນາມ 
ດັ້ງທິງ​ອກທິ້ງ ​​ຕ້ອນຮັບ​ທ່ານ Omar Abdi

      ຕອນ​ບ່າຍ​ວັນ​ທີ 05/12 ທີ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​​ເທດ ຫວຽດນາມ ດັ້ງທິງ​ອກທິ້ງ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Omar Abdi ຮອງ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ (UNICEF) ທີ່​ພວມ​ຢ້ຽມຢາມ ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​​ເທດ ດັ້ງທິງ​ອກທິ້ງ ຕີ​ລາຄາ​ສູງ​ບົດບາດ ​ແລະ ບັນດາ​ການ​ປະກອບສ່ວນ​ຂອງ​ກອງ​ທຶນ ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ​ໃນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປ້ອງ​ເດັກ​ນ້ອຍ​​ໃນ​ທົ່ວ​​ໂລກ. ທ່ານ​ນາງ​ຮອງ​ປະທານ​ປະ​​ເທດ ດັ້ງທິງ​ອກທິ້ງ ​​ປາດ​ຖະໜາ​ຢາກ​ໃຫ້​ກອງ​ທຶນ ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ ສືບ​ຕໍ່​ຕັ້ງໜ້າ​ຮ່ວມ​ມື​ໜູນ​ຊ່ວຍ​ເດັກນ້ອຍ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ໃຫ້ ຫວຽດນາມ ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ທີ່​ກ່ຽວຂ້ອງ​ເຖິງ​ເດັກນ້ອຍ.
        ສ່ວນ​ທ່ານ Omar Abdi ຖື​ວ່າ: ຫວຽດນາມ ມີ​ຫລາຍ​ບາດກ້າວ​ກ່ຽວ​ກັບ​ການ​ປະຕິບັ​ດສິດ​ຂອງເດັກນ້ອຍ​,  ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິ​ດຢູ່ ອາຊີ ທີ່​ໄດ້​ລົງ​ນາມ​ໃນ​ສົນ​ທິສັນຍາ​ສິດ​ຂອງເດັກນ້ອຍ ​ແລະ ​ໃນ​ທົ່ວ​ໂລກ ​ແລະ ຫວຽດນາມ ຍາມ​ໃດ​ກໍ່​ນຳ​ໜ​້າວຽກ​ງານ​ນີ້. ທ່ານ Omar Abdi ​ຍືນຢັນ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​​ເດັກ​ນ້ອຍ​ຈະ​ສືບ​ຕໍ່​ຮ່ວມ​ເດີນທາງພ້ອມ​ກັບ​ ຫວຽດນາມ ​ໃນການ​ປະຕິບັດ​ສິດ​ຂອງເດັກນ້ອຍ​ຢູ່ ຫວຽດນາມ​ ໃຫ້​ດີ​ ​ແລະ ມີປະສິດທິຜົນທີ່​ສຸດ.
(ແຫຼ່ງຄັດຈາກ VOV)

top