ຂ່າວສານ

ຫວຽດນາມປະຕິບັດໜ້າທີ່ເດືອນປະທານສະພາຄວາມໝັ້ນຄົງ ສປຊ ສຳເລັດຢ່າງຈົບງາມ

      ວາລະປະຊຸມໄດ້ດຶງດູດການເຂົ້ສຮ່ວມຂອງຜູ້ຕາງໜ້າ 70 ປະເທດສະມາຊິກ, ປະເທດສັງເກດການ ສປຊ, ໃນນັ້ນມີທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຫຼາຍປະເທດ.
ພາບ: ຟ້າມຮວັນ
      ທີ່ສຳນັກງານ ສປຊ ປະຈຳນະຄອນ ນິວຢອກ, ວັນທີ 29 ເມສາ, ທ່ານ ດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມສະຫລຸບບັນດາການເຄື່ອນໄຫວ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມາສາປີ 2021. ວາລະປະຊຸມໄດ້ດຶງດູດການເຂົ້ສຮ່ວມຂອງຜູ້ຕາງໜ້າ 70 ປະເທດສະມາຊິກ, ປະເທດສັງເກດການ ສປຊ, ໃນນັ້ນມີທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຫຼາຍປະເທດ.
ໃນເດືອນປະທານ, ຫວຽດນາມ ໄດ້ສະເໜີ ແລະ ເປັນປະທານຈັດ 4 ເຫດການບຸລິມະສິດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ. ພ້ອມກັນນັ້ນ, ຫວຽດນາມ ໄດ້ເປັນປະທານສ້າງ ແລະ ຊຸກຍູ້ການຮັບຮອງເອົາເອກະສານ  3 ສະບັບຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນມີຖະແຫຼງການປະທານ 2 ສະບັບ ແລະ ມະຕິສະບັບ 1. ຂໍ້ລິເລີ່ມສຳຄັນທີ່ສຸດໂດຍຫວຽດນາມ ຊຸກຍູ້ການປຶກສາຫາລືເປີດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ. ໃນເດືອນຫວຽດນາມ ເປັນປະທານ, ສະພາຄວາມໝັ້ນຄົງ ສປຊ ມີປະຕິກິລິຍາຢ່າງທັນການ ໃນບັນດາບັນຫາເກີດຂຶ້ນ, ນາບຂູ່ສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ, ໃນນັ້ນມີບັນດາບັນດາຫາພົ້ນເດັ່ນ ຄື: Syria, Palestine, Yemen, Mali, Sudan, Somalia, Lybia, ເຂດຂັດແຍ້ງ Abyei (Sudan/ Sudan ໃຕ້), Ethiopia, Kosovo, Colombia  ແລະ Myanmar.
ກ່າວຄຳເຫັນທີ່ວາລະສະຫລຸບ, ຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ໄດ້ຕີລາຄາສູງ ບັນດາການເຄື່ອນໄຫວບຸລິມະສິດຂອງຫວຽດນາ, ພິເສດແມ່ນເລື່ອງຫວຽດນາມ ຊຸກຍູ້ຄວາມເອົາໃຈໃສ່ຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ບັນຫາມະນຸດສະທຳ ແລະ ປົກປ້ອງສາມັນຊົນ. ປະເທດຕ່າງໆໄດ້ຊົມເຊີຍ ຫວຽດນາມ ປະຕິບັດໜ້າທີ່ເດືອນປະທານ ສະພາຄວາມໝັ້ນຄົງ ສປຊ ສຳເລັດຢ່າງຈົບງາມ, ບໍລິຫານທຸກການເຄື່ອນໄຫວຂອງ ສະພາຄວາມໝັ້ນຄົງ ສປຊ ດຳເນີນໄປດ້ວຍດີ, ຊຸກຍູ້ຄວາມເຫັນດີເຫັນພ້ອມໃນ ສະພາຄວາມໝັ້ນຄົງ ສປຊ ກໍ່ຄືການເຂົ້າຮ່ວມ ແລະ ການປະກອບສ່ວນຂອງບັນດາປະເທດສະມາຊິກ ສປຊ.
(ແຫຼ່ງຄັດຈາກ VOV)


top